ສ່ືມວນຊົນເຢຍລະມັນ: ຫວຽດນາມ ແມ່ນໄມ້ຫຼາວັດແທກຂອງບັນດາການຕໍ່ສູ້ຕ້ານໂລກລະບາດໂຄວິດ-19

(VOVWORLD) -ຫວຽດນາມ ປຽບເໝືອນດັ່ງໄມ້ຫຼາວັດແທກໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19.

ນີ້ແມ່ນຂໍ້ສັງເກດເຊິ່ງຜູ້ຂຽນ Sven Heckle ຍົກອອກມາ ໃນບົດຍ້ອງຍໍຊົມເຊີຍຜົນງານໃນການຕ້ານໂລກລະບາດ, ກໍຄືແງ່ຫວັງທີ່ພົ້ນເດັ່ນກ່ຽວກັບເສດຖະກິດຂອງຫວຽດນາມ, ເຊິ່ງໄດ້ເອົາລົງໃນເວັບໄຊສະເພາະຫຼັກຊັບ (boerse-online.de) ຂອງເຢຍລະມັນ ໃນວັນທີ 07 ກໍລະກົດ.

        ບົດຂຽນໄດ້ຕີລາຄາກ່ຽວກັບແງ່ຫວັງເສດຖະກິດຂອງຫວຽດນາມ ຄື: ທະນາຄານ JP Morgan ໄດ້ຄາດຄະເນລະດັບເຕີບໂຕຂອງຫວຽດນາມ ໃນປີ 2020 ແມ່ນຈະບັນລຸປະມານ 3,2% ແລະ ຈະເພີ່ມຂຶ້ນຢ່າງແຮງຢູ່ໃນລະດັບ 7,1% ໃນປີ 2021. ຜູ້ຂຽນ Sven Heckle ໄດ້ຕີລາຄາແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງພື້ນຖານເສດຖະກິດຫວຽດນາມ ວ່າຍັງຢູ່ໃນລະດັບດີທີ່ສຸດ, ສ່ວນຫຼາຍແມ່ນຍ້ອນການລົງທຶນໂດຍກົງຈາກຕ່າງປະເທດບັນລຸລະດັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ