ສື່ມວນຊົນເຢຍລະມັນຕີລາຄາສູງການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ

ສື່ມວນຊົນເຢຍລະມັນຕີລາຄາສູງການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ - ảnh 1
ບົດຂຽນ​ຂອງ​ນັກ​ຂ່າວ Rodion Ebbighausen ດ້ວຍ​ຫົວ​ຂໍ້​ວ່າ:
 “ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັບ​ມໍ່​ເຂົ້າ​ກັນ”
(ພາບ: http://baotintuc.vn)

(vovworld)- ​ໃນ​ຊຸມ​ວັນ​ຜ່ານ​ມາ, ຫຼາຍ​ອົງການສື່​ມວນ​ຊົນ​ໃຫຍ່​ຂອງ​ເຢຍລະ​ມັນ​​ໃຫ້​ຂ່າວ ​ແລະ ບົດ​ຕີ​ລາຄາ​ແງ່​ຫວັງ​ການ​ຮ່ວມ​ມື ຫວຽດນາມ-​ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ເອາ​ເມ​ລິ​ກາ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ. ສື່​ເອ​ເລັກ​ໂຕ​ນິກ “Deutsche Welle” ​ໄດ້​ລົງ​ພິມ​ບົດ​ຂອງ​ນັກ​ຂ່າວ Rodion Ebbighausen ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັບ​ມໍ່​ເຂົ້າ​ກັນ”, ​ໃນ​ນັ້ນ​ຕີ​ລາຄາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ພວມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ 2 ຝ່າຍ​​ແມ່ນ “ພື້ນຖານ ​ແລະ ກຳລັງ​ໜູນ” ​ໃຫ້ການ​ພົວພັນຫວຽດນາມ-​ອາ​ເມ​ລິ​ກາ ບົນ​ພື້ນຖານ​ສັນຍາ “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ” ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2013. ບົດ​ຂຽນ​ຊີ້​ແຈ້ງວ່າ: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຈະ​ເປັນ​ໃຈກາງ​ຂອງ​ການ​ຮ່ວມ​ມື​ນີ້.

      ໜັງສືພິມ​ສະບັບ​ສຳຄັນຂອງ​ເຢຍລະ​ມັນ-​ໜັງສືພິມ​ປະຈຳ​ວັນ “Die Tageszeitung” ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຂ່າວ Sven Hansen ກ່ຽວ​ກັບ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໊ຈ້ອງ ດ້ວຍ​ຫົວ​ຂໍ້​ວ່າ: “ການ​ພົວພັນ​ຫວຽດນາມ-​ອາ​ເມ​ລິ​ກາ:​ ຈາກ​ທາງຊອຍ​ໂຮ່ຈີ​ມິນ​ ​ເຖິງ​ການ​ພົບ​ປະ​ກັບ​ປະທານາທິບໍດີ Obama”. ບົດ​ຂຽນ​ຖື​ວ່າ: ການ​ພົວພັນ 2 ຝ່າຍ ຫວຽດນາມ-ອາ​ເມ​ລິ​ກາ ພວມ​ມີ​ບັນດາ​ບາດກ້າວພັດທະນາ​ຢ່າງ​ຕັ້ງໜ້າດ້ວຍ​ສັນຍາ “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ” ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2013, ຕາມ​ນັ້ນ​ແລ​້ວ ອາ​ເມ​ລິ​ກາ ຈະ​ໂຍະຍານ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາວຸດ​ກັບຫວຽດນາມ ປີ 2014 ​ແລະ ພິ​ເສດ​ແມ່ນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ພັກ​ກອມ​ມູນິດ​ຫວຽດນາມ. ບົດ​ຂຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ຜ່ານ​ການ​ຢ້ຽມຢາມ​ ຂ​ອງ
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ສາມາດ​ສ້າງ​ບັນດາ​ບາດກ້າວບຸກທະລຸ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ຍຸດ​ທະ​ສາດ, ​ໃນ​ນັ້ນ​ພິ​ເສດ​ແມ່ນ​ຊຸກຍູ້​ແງ່​ຫວັງ​ການ​ເຈລະຈາ TPP. ນັກ​ຂ່າວ Sven Hansen ກໍ​ຕີ​ລາຄາວ່າ: ຫວຽ​ດ
ນາມ ພວມ​ເດີນ​ຕາມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ເອກະລາດ ດ້ວຍ​​ແຜນນະ​ໂຍບາຍ “ບໍ່​ສຳພັນທະ​ມິດ​ດ້ານ​ທະຫານ, ບໍ່​ສ້າງຕັ້ັງການ​ພົວພັນ​ແບບສຳພັນທະ​ມິດ ​ເພື່ອ​ຕ້ານ​ຝ່າຍ​ທີ 3 ​ແລະ ບໍ່​ປະ​ໃຫ້ຕ່າງ​ປະ​ເທດ​ສ້າງ​ຖານ​ທີ່​ໝັ້ນການ​ທະຫານ​ຢູ່ຫວຽດນາມ”.

ຂ່າວ/ບົດ​ອື່ນ