ສື່ມວນຊົນແມ່ນຊ່ອງສື່ສານລະຫວ່າງຂອງຜູ້ມີສິດເລືອກຕັ້ງແລະສະພາແຫ່ງຊາດ

(VOVWORLD) - ຕອນບ່າຍວັນທີ 29 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບການນຳບັນດາອົງການຄຸ້ມຄອງສື່ມວນຊົນຂັ້ນສູນກາງ;
ສື່ມວນຊົນແມ່ນຊ່ອງສື່ສານລະຫວ່າງຂອງຜູ້ມີສິດເລືອກຕັ້ງແລະສະພາແຫ່ງຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຜູ້ຕາງໜ້າການນຳ ແລະ ນັກຂ່າວບັນດາສຳນັກຂ່າວສານ, ສື່ມວນຊົນ. ກ່າວຄຳເຫັນທີ່ການພົບປະຮັບຮູ້ບັນດາຄຳເຫັນປະກອບທີ່ສຳຄັນສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດ. ຄຽງຂ້າງການໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະມາຊິກ ສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດ ຢ່າງຄົບຖ້ວນ, ທັນການ, ມີຊີວິດຊີວາ ເຖິງຜູ້ມີສິດເລືອກຕັ້ງ ແລ້ວ, ບັນດາອົງການສື່ມວນຊົນກໍ່ໄດ້ສະໜອງບັນດາຂໍ້ມູນທີ່ປີປະໂຫຍດ ຊ່ວຍບັນດາອົງການຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ສາມາດແກ້ໄຂບັນດາບັນຫາເຄັ່ງຮ້ອນໃນຊີວິດທາງດ້ານເສດຖະກິດສັງຄົມຢ່າງທັນການ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ສື່ມວນຊົນກໍ່ແມ່ນຊ່ອງສື່ສານ ເພື່ອສົ່ງບັນດາແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເຖິງສະພາແຫ່ງຊາດ, ປະກອບສ່ວນສ້າງສາຍພົວພັນອັນສະໜິດແໜ້ນລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ. ຜ່ານການສ່ອງສອງຂອງສື່ມວນຊົນ, ສະພາແຫ່ງຊາດກໍ່ມີຂໍ້ມູນຕື່ມອີກ ເພື່ອເປັນພື້ນຖານປະກາດໃຊ້ເອກະສານດ້ານກົດໝາຍ, ນະໂຍບາຍທີ່ສຳຄັນ ແລະ ດຳເນີນການເຄື່ອນໄຫວຕິດຕາມກວດກາສູງສຸດ. ທ່ານນາງປະທານສະພາແຫ່ງຊາດຫວັງວ່າ: ບັນດາອົງການສື່ມວນຊົນສືບຕໍເສີມຂະຫຍາຍລັກສະນະປະດິດສ້າງ. ປ່ຽນແປງໃໝ່ ເພື່ອຮັບປະກັນຂໍ້ມູນກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ນັບມື້ນັບເລິກເຊິ່ງ ແລະ ດຶງດູດກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ