ສື່ມວນ​ຊົນ​ໂອ​ຕາ​ລິດ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ

(VOVWORLD) - ໜັງສືພິມ Vienna.at ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການເຈລະຈາລະຫວ່າງ ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen.
ສື່ມວນ​ຊົນ​ໂອ​ຕາ​ລິດ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ - ảnh 1ໜັງສືພິມ diepresse.com ໄດ້ລົງຂ່າວກ່ຽວກັບການຢ້ຽມຢາມ ໂອຕາລິດຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ (ພາບ: TTXVN)

ວັນທີ 24 ກໍລະກົດ, ບັນດາຊ່ອງທາງສື່ມວນຊົນ ແລະ ໜັງສືພິມໃຫຍ່ຂອງໂອຕາລິດເກືອບທັງໝົດ ລ້ວນແຕ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ສ.ໂອຕາລິດຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ໂດຍເນັ້ນໜັກວ່າການຢ້ຽມຢາມຈະສ້າງທ່າຊຸກຍູ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.

ໜັງສືພິມ Vienna.at ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການເຈລະຈາລະຫວ່າງ ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen. ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານປະເທດ ຫວໍວັນເຖືອງ ທີ່ສະແດງຄວາມຫວັງວ່າການຢ້ຽມຢາມໂອຕາລິດຢ່າງເປັນທາງການຄັ້ງນີ້ຈະສ້າງກຳລັງໃໝ່, ນຳການພົວພັນລະຫວ່າງ ຫວຽດນາມ ແລະ ໂອຕາລິດພັດທະນາຢ່າງແຮງກ່ວາອີກ. ຫວຽດນາມ ມີຄວາມຫວັງຢາກຮ່ວມມືກັບ ໂອຕາລິດຢ່າງແຮງກ່ວາອີກໃນບັນດາຂົງເຂດຄື ການເມືອງ, ເສດຖະກິດ, ວັດທະນະທຳ ແລະ ກິລາ…

ໃນຂະນະນັ້ນ, ເວັບໄຊຂອງ ສະພາແຫ່ງຊາດ ໂອຕາລິດ parlament.gv.at ກໍ່ໄດ້ລົງຂ່າວກ່ຽວກັບການພົບປະລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງປະທານ ສະພາສູງ ໂອຕາລິດ Claudia Arpa ເພື່ອຫວນຄືນບັນດາເນື້ອໃນການຮ່ວມມືທີ່ສຳຄັນໂດຍການນຳສອງຝ່າຍແລກປ່ຽນໃນການພົບປະ.

ຕອບກັບ

ຂ່າວ/ບົດ​ອື່ນ