ສຸມໃສ່ຊີ້ນຳການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026

(VOVWORLD) - ຕອນເຊົ້າວັນທີ 9 ເມສາ, ທີ່ສຳນັກງານສູນກາງພັກ, ກົມການເມືອງ, ໄດ້ຈັດກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. 
ສຸມໃສ່ຊີ້ນຳການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: TTXVN

  ກົມການເມືອງໄດ້ໃຫ້ຂໍ້ສັງເກດວ່າ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ທຸກຂັ້ນ, ທຸກຂະແໜງໄດ້ຊີ້ນຳນຳພາ, ບໍລິຫານຢ່າງມີປະສິດທິຜົນ, ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເປັນຢ່າງດີ ແລະ ປະຕິບັດບັນດາໜ້າທີ່ສຳຄັນກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ໄພຫຍໍ້ທໍ້ເປັນຢ່າງດີ ສ້າງບັນດາການຫັນປ່ຽນຢ່າງຕັ້ງໜ້າໃນຫລາຍຂົງເຂດ.

        ໃນໄລຍະຈະມາເຖິງ, ຈະສືບຕໍ່ຊີ້ນຳ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ມານະພະຍາຍາມປະຕິບັດບັນດາເປົ້າໝາຍ, ໜ້າທີ່ໄດ້ວາງອອກໃນປີ 2021 ໃຫ້ສຳເລັດເປັນຢ່າງດີ.

        ທີ່ກອງປະຊຸມດັ່ງກ່າວ, ກົມການເມືອງໄດ້ເຫັນດີເປັນເອກະພາບຈັດແບ່ງໜ້າວຽກໃຫ້ກຳມະການກົມການເມືອງ 4 ທ່ານເຂົ້າຮ່ວມຄະນະເລຂາສູນກາງພັກຊຸດທີ XIII, ລວມມີ ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ທ່ານ ເຈິ່ນເກິມຕູ ຫົວໜ້າຄະນະກຳມະການກວດກາສູນກາງພັກ; ທ່ານ ຟານດີງຈາກ ຫົວໜ້າຄະນະພາຍໃນສູນກາງພັກ ແລະ ທ່ານ ຫງວຽນຮ່ວາບີງ ປະທານສານປະຊາຊົນສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ