ສຸມໃສ່ຫລຸດຜ່ອນບັນຈຸພະນັກງານໃນກຸ່ມແນວໂຮມປະທດຊາດຢ່າງມີປະສິດທິຜົນ

(VOVWORLD) - ປີ 2017, ວຽກງານສົມທົບກັນຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສູນກາງບັນດາອົງການການເມືອງ - ສັງຄົມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ສະຫະພັນສະຫະກອນ ຫວຽດນາມ ບັນລຸໄດ້ໝາກຜົນຮອບດ້ານພໍສົມຄວນໃນບັນດາຂົງເຂດປະຕິບັດງານ. 
ສຸມໃສ່ຫລຸດຜ່ອນບັນຈຸພະນັກງານໃນກຸ່ມແນວໂຮມປະທດຊາດຢ່າງມີປະສິດທິຜົນ - ảnh 1 ກອງປະຊຸມສະຫລຸບການປະຕິບັດໂຄງການສົມທົບກັນປີ 2017 (ພາບອິນເຕີແນັດ)

ບັນດາອົງການໄດ້ສົມທົບກັນປະຕິບັນການປະກອບຄຳຄິດເຫັນກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ໃນນັ້ນ ສຸມໃສ່ປະກອບຄຳຄິດເຫັນ, ໄຈ້ແຍກຕີລາຄາຕໍ່ບັນດາຮ່າງເອກະສານຂອງພັກ, ລັດ ທີ່ກ່ຽວຂ້ອງເຖິງສິດ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.

        ທີ່ກອງປະຊຸມສະຫລຸບການປະຕິບັດໂຄງການສົມທົບກັນປີ 2017, ລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບສູນກາງບັນດາອົງການການເມືອງ - ສັງຄົມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ສະຫະພັນສະຫະກອນ ຫວຽດນາມ ເຊິ່ງຈັດຕັ້ງໃນຕອນເຊົ້າວັນທີ 29 ມັງກອນ ທີ່ຮ່າໂນ້ຍ, ທ່ານ ເຈີ່ນແທງເມີນ ສະເໜີ ບັນດາອົງການການເມືອງ - ສັງຄົມປີ 2018, ສຸມໃສ່ເຂົ້າໃນໂຄງການດຳເນີນງານຂອງແນວໂຮມປະເທດຊາດ ຫວຽດນາມ ປະຕິບັດວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ.  ສຸມໃສ່ຜັນຂະຫຍາຍໂຄງການຕິດຕາມກວດກາການເຄື່ອນໄຫວໄຈ້ແຍກຕີລາຄາສັງຄົມ; ບັນດາອົງການການເມືອງ - ສັງຄົມສົມທົບກັນຜັນຂະຫຍາຍບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍສ້າງຊົນນະບົດໃໝ່, ຕົວເມືອສີວິໄລ” ແລະ “ບັ້ນຂົນຂວາຍຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ