ສີລັງກາແລະປາກິດສະຖານລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື2ຝ່າຍ8ສະບັບ

ສີລັງກາແລະປາກິດສະຖານລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື2ຝ່າຍ8ສະບັບ - ảnh 1
(ພາບ​ປະ​ກອບ​ຈາກ​ອີນ​ເຕີ​ແນັດ)

(vovworld) –​ ການ​ພົວ​ພັນ​ທາງ​ການ​ທູດ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ​ສີ​ລັງ​ກາ ແລະ ປາ​ກິດ​ສະ​ຖານ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ດ້ວຍ​ເລື່ອງ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MoU) 8 ສະ​ບັບ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ໃນ​ວັນ​ທີ 05/01. ບັນ​ດາ​ເອ​ກະ​ສານ​ດັ່ງ​ກ່າວ​ໄດ້​ຮັບ​ການ​ລົງ​ນາມ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມສີ​ລັງ​ກາ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ກິດ​ສະ​ຖານ Nawaz Sharif. ບັນ​ດາ​ເອ​ກະ​ສານ MoU ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ການ​ຄ້າ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ການ​ທ່ອງ​ທ່ຽວ​, ຫີນ​ປະ​ເສີດ ແລະ ເຄື່ອງ​ເອ້​ຍ້ອງ ເຊິ່ງ​ໄດ້​ລົງ​ນາ​ມ​ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ຂັ້ນ​ຄະ​ນະ​ຜູ້​ແທນ ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ສີ​ລັງ​ກາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສີ​ລັງ​ກາ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິດ​ສະ​ຖານ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິດ​ສ​ະ​ຖານ Shrif ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​​ສີ​ລັງ​ກາ ຂອງ​ທ່ານ​ “ແມ່ນ​ພະ​ຍານ​ຫຼັ​ກຖານ​ຊີ້​ໃຫ້​ເຫັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ໝັ້ນ​ຄົງ​ລະ​ຫວ່າງ 2 ປະ​ເທດ”. ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ Sirisena ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ການ​ພົວ​ພັນ​ລະ​ຫວ່າງ Islamabad ແລະ Colombo ຈະ​ໄດ້​ຮັບ​ການ​ປັບ​ປຸ່ງ ແລະ ຊຸກ​ຍູ້​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ