ສິລະປະ ເດີນກາ ຕາຍຕື ພາກໃຕ້ ສົມເປັນປະເພດ ສິລະປະໄດ້ຮັບ ການເຊີດຊູ

 ສິລະປະ ເດີນກາ ຕາຍຕື ພາກໃຕ້ ສົມເປັນປະເພດ ສິລະປະໄດ້ຮັບ ການເຊີດຊູ - ảnh 1
ສິລະ​ປະ ​ເດີນ​ກາ​ຕາຍ​ຕື ພາກ​ໃຕ້ ​ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​ຈາກ ອົງການ UNESCO ​ແມ່ນ​ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ       (ພາບ:http://vnexpress.net)

 (vovworld)- “ ສິລະ​ປະ ​ເດີນ​ກາ​ຕາຍ​ຕືພາກ​ໃຕ້ ສົມ​ເປັນ​ປະ​ເພດສິລະ​ປະ​ໄດ້​ຮັບ​ການ​ເຊີດ​ຊູ” , ນີ້​ແມ່ນ​ຄວາມ​ເຫັນ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກ​ຄຸ້ມ​ຄອງ ກໍ​ຄື​ວົງ​ການ​ນັກ​ສິລະ​ປີນ ຕໍ່ໜ້າ​ເລື່ອງ ສິລະ​ປະ ​ເດີນ​ກາ​ຕາຍ​ຕື ພາກ​ໃຕ້ ​ຫາ​ກໍ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກອົງການ UNESCO ​ແມ່ນ​ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ທ່ານ ບຸ່ຍ​ຈ້ອງ​ຫ່ຽນ ນັກ​ຄົ້ນ​ຄ້ວາ​ສັງກັດ​ສະ​ຖາ​ບັນ​ວັດທະນະທຳ​ສິລະ​ປະ​ຫວຽດນາມ ​​ໃຫ້​ຮູ້​ວ່າ :  

  “ ນີ້​ແມ່ນ​ສິລະ​ປະ​ທີ່​ເປັນ​ຍອດ​ສູງ​ໃນ​ບັນດາ​ປະ​ເພດ​ເຄື່ອງ​ດົນຕີ ທີ່​ຂຶ້ນ​ກັບ​ໝວດ​ພິນ​ມີ​ສາຍ​ຂອງຊາວ​ຫວຽດນາມ. ສຳລັບ​ບົດ​ດົນຕີ​ຂອງ ສິລະ​ປະ ​ເດີນ​ກາ​ຕາຍ​ຕື ພາກ​ໃຕ້ ​ແມ່ນ​ຂຶ້ນ​ເຖິງ 100 ບົດ. ສິລະ​ປະ ​ເດີນ​ກາ​ຕາຍ​ຕື ​ແມ່ນ​ອາດ​ຈະ​ແດງ​ດ້ວຍ​ເຄື່ອງ​ດົນຕີ​ປະ​ເພດ​ດຽວ, ຫຼື​ປະສານ​ກັບ ເຄື່ອງ​ດົນຕີ​ປະ​ເພດອື່ນ, ສະ​ແດງ​ໃຫ້​ເຫັນ​ລັກສະນະ​ຫົວຄິດ​ຄິດ​ສ້າງ​ຂອງ​ຊາວ​ຫວຽດນາມ. ​ສຳລັບບົດ​ດົນຕີໜຶ່ງ, ບັນດາ​ນັກ​ເສບ ເຄື່ອງ​ດົນຕີ​ສາມາດ​ສະ​ແດງ​ດ້ວຍ​ຫຼາຍ​ວິທີ​ແຕກ​ຕ່າງ​ກັນ. ນີ້​ແມ່ນ​ສິລະ​ປະ​ຍອດ​ສູງ​ຂອງ​ຊາວ​ຫວຽດນາມ”

     ຕາມ​ການ​ຕີ​ລາຄາ​ຂອງ​ອົງການ UNESCO, ສິລະ​ປະ ​ເດີນ​ກາ​ຕາຍ​ຕື ພາກ​ໃຕ້​ຂອງ​ຫວຽດນາມ ສາມາດ​ຕອບສະໜອງ​ບັນດາ​ມາດຖານ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ສຸດ​ຈາກ ອົງການ UNESCO . ທ່ານ ຫງວຽນ​ເທ້ຮຸ່ງ ຫົວໜ້າ​ກົມ​ມໍລະດົກ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ໃຫ້​ຮູ້​ວ່າ : 

    “ ​ເມື່ອ ມໍລະດົກ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ ອົງການ UNESCO ນັ້ນ, ມັນ​ກໍ​ໝາຍ​ເຖິງ​ການ​ຕີ​ລາຄາ​ເລື່ອງ​ຫວຽດນາມ​ສາມາດ​ອະນຸລັກ​ຮັກ​ສາບັນດາ ມໍລະດົກ​ເຫຼົ້າ​ນັ້ນ​ຄື​ແນວ​ໃດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ​ໃນ​ສຳ​ເນ​ົາທີ່​ສົ່ງ​ເຖິງ ອົງການ UNESCO, ພວກ​ເຮົາ​ໄດ້​ລາຍ​ງານ​ບັນດາ​ວຽກ​ງານ​ທີ່​ພວກ​ເຮົາ​ໄດ້​ເຮັດ ​ແລະ ຈະ​ເຮັດ​ໃນ​ໄລຍະ​ທີ່​ຈະ​ເຖິງ. ດັ່ງ​ນັ້ນ ພວດ​ເຮົາ​ຕ້ອງ​ຕິດ​ແທດ​ກັບ​ເນື້ອ​ໃນ​ເຫຼົ່າ​ນັ້ນ​ເພື່ອ​ປະຕິບັດ ” 

ຂ່າວ/ບົດ​ອື່ນ