ສິລະປະເດີນກາຕ່າຍຕື ຄວນໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ ໃນຊີວິດຂອງມວນມະນຸດ

ສິລະປະເດີນກາຕ່າຍຕື ຄວນໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ ໃນຊີວິດຂອງມວນມະນຸດ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ເຂົາຮ່ວມ
ການ​ຕ້ອນ​ຮັບ​ໃບຮັບຮອງຂອງ​ອົງການ UNESCO)

(vovworld) - ຕອນ​ຄໍ່າ​ວັນ​ທີ 11/02, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ເນັ້ນ​ໜັກ​ວ່າ ສິລະ​ປະ​ເດີນ​ກາ​ຕ່າຍຕື ຄວນ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ໃນ​ຊີວິດ​ຂອງ​ມວນ​ມະນຸດ ທີ່​ການ​ຕ້ອນ​ຮັບ​ໃບຮັບຮອງຂອງ​ອົງການ UNESCO ​ທີ່​ເຊີດ​ຊູສິລະ​ປ​ະເດີນ​ກາ​ຕ່າ​ຍຕື ພາກ​ໃຕ້ຫວຽດນາມ ​ແມ່ນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸ​ດ. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຍ້ອງຍໍການ​ນຳ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆ, ບັນດາ​ນັກ​ສິລະ​ປີນ, ສິລະ​ປະການ ​ແລະ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້ອະນຸລັກ​ຮັກສາ ​ແລະ ພັດທະນາ​ສິລະ​ປະ ​ເດີນກາ​ຕ່າ​ຍຕື ພາກ​ໃຕ້​ຫວຽດນາມ ດ້ວຍ​ຫຼາຍ​ຂະ​ບວນການ, ຫຼາຍຮູບ​ແບບ​ການ​ເຄື່ອນ​ໄຫວ ​ແລະ ງານ​ພົບ​ປະ​ແລກປ່ຽນ​ທີ່ອຸດົມສົມ​ບຸນ, ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ບັນດານັກ​ຄົ້ນຄວ້າ.... ​ທີ່ໄດ້​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​​ເຂົ້າ​ໃນ​ພາລະກິດ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸ​ນຄ່າມໍລະດົກ​ວັດທະນະທຳ​ຂອງຫວຽດນາມ ​ແລະ ຂອງ​ມວນ​ມະນຸດ, ​ໃນ​ນັ້ນ​ມີ​ສິລະ​ປະ ​ເດີນ​ກາ​ຕ່າ​ຍຕືພາກ​ໃຕ້​ຫວຽດນາມ. ທ່ານ​ນາຍົກລັດ​ຖະມົນຕີ ​ເນັ້ນ​ໜັກ​ວ່າ.

        “ປະ​ເທດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ພວມ​ດຳລົງ​ຊີວິດ​​ໃນ​ໄລຍະ​ໂລກາ​ພິວັດ​ ​ແລະ ນັບ​ມື້​ນັບ​​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນຢ່າງເລິກ​ເຊິ່ງກວ້າງ​ຂວາງ. ພວກ​ເຮົາ​ຕ້ອງ​ຮັກ​ສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ເຊິ່ງບັນພະບຸລຸດ​ໄດ້​ສ້າງ ​ແລະ ມອບ​ໃຫ້. ພວກ​ເຮົາ​ຕ້ອງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ, ມີ​ຊີ​ວິດ​ຊີ​ວາ, ມີ​ປະສິດທິ​ຜົນ ​ເພື່ອ​ຮັກສາ​ໄວ້ ​ແລະ ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ຫວຽດນາມ”.

ຂ່າວ/ບົດ​ອື່ນ