ສ່ວນເກີນການຄ້າຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸກວ່າ 4,6 ຕື້ USD

(VOVWORLD) - ຕະຫຼາດ ຈີນ, ອາເມລິກາ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດນຳເຂົ້າ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຫຼາຍທີ່ສຸດຂອງ ຫວຽດນາມ.
ສ່ວນເກີນການຄ້າຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸກວ່າ 4,6 ຕື້ USD - ảnh 1(ພາບປະກອບ: TTXVN)

        ວັນທີ 30 ມິຖຸນາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ, ຍອດວົງເງິນສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2023 ບັນລຸເກືອບ 24,6 ຕື້ USD, ໃນນັ້ນ, ວົງເງິນນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸເກືອບ 20 ຕື້ USD.

        ຕະຫຼາດ ຈີນ, ອາເມລິກາ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດນຳເຂົ້າ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຫຼາຍທີ່ສຸດຂອງ ຫວຽດນາມ. ສະເພາະມູນຄ່າສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ໄປຍັງ ຈີນ ມີການເຕີບໂຕເປັນບວກ (ເພີ່ມຂຶ້ນ 7,7%). ໃນໄລຍະຈະມາເຖິງ, ຂະແໜງກະສິກຳສືບຕໍ່ຍູ້ແຮງການສົ່ງເສີມການຄ້າ, ເຈລະຈາ ເພື່ອແກ້ໄຂຮົ້ວກີດຂວາງດ້ານເຕັກນິກ, ຮົ້ວກີດຂວາງດ້ານການຄ້າ ແລະ ເປີດປະຕູຕະຫຼາດສົ່ງອອກໂກຕາຜະລິດຕະພັນກະເສດເຂົ້າບັນດາຕະຫຼາດທີ່ເປັນມູນເຊື້ອ, ຕະຫຼາດມີຍອດວົງເງິນກາຄ້າສົ່ງອອກສູງໃຫ້ຫຼາຍກວ່າ; ເປີດປະຕູບັນດາຕະຫຼາດໃໝ່, ດ້ວຍທິດນຳເປັນບັນດາຜະລິດຕະພັນ, ຕະຫຼາດເປັນຫຼາຍຮູບຫຼາຍແບບກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ