ສີສັນວັດທະນະທຳຢູ່ແຂວງ ບັກກ້ານ

(VOVWORLD) - ສະແດງສິລະປະວັນນະຄະດີ, ອາຫານການກິນ... ພ້ອມກັນນັ້ນກໍ່ມີລາຍການສະແດງສິລະປະ “ຂ້າມທະເທ”, ເຊິ່ງແມ່ນລາຍການສະແດງສີລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳ...
ສີສັນວັດທະນະທຳຢູ່ແຂວງ ບັກກ້ານ - ảnh 1ການວາງສະແດງຮູບພາບທີ່ເຫດການ
(ພາບ:VOV)

ວັນທີ 16 ເມສາ, ນັກສະແດງມະຫາຊົນນັບຮ້ອຍຄົນ ແລະ ປະຊາຊົນຫຼາຍຄົນໃນແຂວງ ບັກກ້ານ ໄດ້ເຂົ້າຮ່ວມການເຄື່ອນໄຫວຕອບສະໜອງວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19 ເມສາ) ດ້ວຍການສະແດງຊຸດອາພອນປະຈຳເຜົ່າ, ສະແດງສິລະປະວັນນະຄະດີ, ອາຫານການກິນ... ພ້ອມກັນນັ້ນກໍ່ມີລາຍການສະແດງສິລະປະ “ຂ້າມທະເທ”, ເຊິ່ງແມ່ນລາຍການສະແດງສີລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳ ກໍ່ຄືປະຫວັດສາດຂອງຊາວເຜົ່າ ໄຕ່, ນັກສິລະປິນ ຫຼີວັນຈ໊ຽນ ບໍ່ພຽງແຕ່ປາດຖະໜາຢາກປະກອບສ່ວນສີສັນວັດທະນະທຳຂອງເຜົ່າຕົນເທົ່ານັ້ນ ຫາກຍັງຢາກໃຫ້ລາຍການນີ້ຂອງຊາວເຜົ່າໄຕ່ ບໍ່ຖືກສູນຫາຍໄປອີກດ້ວຍ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ເປັນກຽດ ທີ່ໄດ້ນຳວັດທະນະທຳຂອງເຜົ່າຕົນມາແນະນຳໃຫ້ທຸກໆຄົນຮູ້ຈັກ ແລະ ຮັບຊົມ. ຂ້າພະເຈົ້າເຫັນວ່າ ໃນ 2 3 ປີຜ່ານມາ, ຍັງມີບາງຄົນບໍ່ເອົາໃຈໃສ່ເຖິງວັດທະນະທຳພື້ນເມືອງ, ໃນນັ້ນມີທັງຊາວເຜົ່າ ໄຕ່ ແລະ ນຸ່ງ. ຂ້າພະເຈົ້າມີຄວາມເປັນຫ່ວງວ່າວັດທະນະທຳຈະຖືກສູນຫາຍໄປ. ແຕ່ໄລຍະມໍ່ໆມານີ້, ມີບັນດາເຫດການຄືແນວນີ້, ຂ້າພະເຈົ້າຄິດວ່າ ປະຊາຊົນຈະຮັກສາວັດທະນະທຳຂອງເຜົ່າຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ