ສື່ສານເອີລົບໃຫ້ຂ່າວກ່ຽວກັບຫວຽດນາມພາຍຫຼັງ40ປີແຫ່ງການທ້ອນໂຮມເປັນເອກະພາບ

ສື່ສານເອີລົບໃຫ້ຂ່າວກ່ຽວກັບຫວຽດນາມພາຍຫຼັງ40ປີແຫ່ງການທ້ອນໂຮມເປັນເອກະພາບ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ອ່ານສູນທອຍພົດ
ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ

(ພາບ: TTXVN)

(vovworld) - ​ໃນ​ເວັບ​ໄຊ Euro Presse Image ວັນ​ທີ 3/5 ​ໄດ້​ໃຫ້​ຂ່າວ​ກ່ຽວກັບ​ຫວຽດນາມ ​ພາຍຫຼັງ 40 ປີ​ທີ່​ໄດ້​ຮັບ​ການ​ທ້ອນ​ໂຮມ​ເປັນ​ເອກະ​ພາບ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ກາຍ​ເປັນ​ໃຈກາງ​ເສດຖະກິດ​ຂອງ​ຫວຽ​ດນາມ, ​ແລະ ອາ​ດຈະ​ກາຍ​ເປັນ​ໃຈກາງ​ເສດຖະກິດ​ທີ່​ສຳຄັນ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫວຽດນາມ​ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສະ​ເລ່ຍ, ດ້ວຍ​ລະດັບ​ພັດທະນາ​ເສດຖະກິດສະ​ເລ່ຍ​ໃນ​ແຕ່ລະ​ປີ​ແມ່ນ 7%. ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ບາງ​ຄາດໝາຍ​ສະຫັດສະວັດ, ບົດຂຽນ​​ໄດ້​ເນັ້ນ​ໜັກ​ເຖິງຄຳ​ກ່າວ​ປາ​ໄສ​ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ວັນ​ທີ 30/4/1975-30/4/2015, ​ໃນ​ນັ້ນ​ຮຽກຮ້ອງ​ປະຊາຊົນ​ມານະ​ພະຍາຍາມ​ປະຕິບັດ​ພາລະກິ​ດປ່ຽນ​ໃໝ່, ຮັດ​ແໜ້ນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກໍ່ສ້າງ​ລະບົບ​ການ​ເມືອງ​​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ຮັບປະກັນ​ຄວາມ​​ເປັນ​ສະຖຽນ​ລະ​ພາບ​ທາງ​​ການ​ເມືອງ, ສັງຄົມ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​, ສ້າງ​ພື້ນຖານ​ຢ່າງ​ໜັກ​ແໜ້ນເພື່ອ​ກໍ່ສ້າງ​ປະ​ເທດ​ຫວຽດນາມ ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ