ສ​ະ​ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ໜ້າ​ທີ່​ສຳ​ຄັນ, ​ຕ້ອງ​ປະ​ຕິ​ບັດ​ເປັນ​ປະ​ຈຳ ແລະ ຍາວ​ນານ

(VOVWORLD) -ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນ, ຕ້ອງປະຕິບັດເປັນປະຈຳ, ທັງຮີບດ່ວນ, ທັງຫຍຸ້ງຍາກ, ສັບສົນ ແລະ ປະຕິບັດໃນໄລຍະຍາວ.

ຕອນເຊົ້າວັນທີ 12 ທັນວາ ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫຼຸບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄລຍະ 2013 – 2020. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ໄດ້ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ… ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂັ້ນສູງການ, ແຂວງ, ນະຄອນຕ່າງໆ ພ້ອມດ້ວຍຜູ້ແທນເກືອບ 700 ທ່ານ ເຂົ້າຮ່ວມໂດຍກົງ ແລະ ມີຜູ້ແທນກວ່າ 5.000 ທ່ານເຂົ້າຮ່ວມທາງອອນລາຍ ຢູ່ ກວ່າ 80 ສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ.

ສ​ະ​ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ໜ້າ​ທີ່​ສຳ​ຄັນ, ​ຕ້ອງ​ປະ​ຕິ​ບັດ​ເປັນ​ປະ​ຈຳ ແລະ ຍາວ​ນານ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນ, ຕ້ອງປະຕິບັດເປັນປະຈຳ, ທັງຮີບດ່ວນ, ທັງຫຍຸ້ງຍາກ, ສັບສົນ ແລະ ປະຕິບັດໃນໄລຍະຍາວ; ຕ້ອງດຳເນີນຢ່າງຂ້ຽວຂາດ, ຢຶດໝັ້ນ, ຕໍ່ເນື່ອງຢູ່ທຸກຂັ້ນ, ທຸກຂະແໜງການ, ທຸກຂົງເຂດ; ດ້ວຍບັນດາບາດກ້າວເດີນທີ່ໝັ້ນແກ່ນ, ຕັ້ງໜ້າ, ເປັນເຈົ້ນການ ແລະ ມີຈຸດສຸມ; ຕ້ອງສ້າງກົນໄກ, ສະກັດກັ້ນຢ່າງແໜ້ນແຟ້ນ ເພື່ອບໍ່ສາມາດສໍ້ລາດບັງຫຼວງໄດ້. ທ່ານກໍສະເໜີໃຫ້ມີການແກ້ໄຂຢ່າງທັນການ, ຄົບຊຸດ ແລະ ເຂັ້ມງວດຕໍ່ບັນດາການກະທຳສໍ້ລາດບັງຫຼວງ; ລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະ ທົ່ວສັງຄົມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ແລະ ສິ່ງສຳຄັນທີ່ສຸດແມ່ນ ເສີມຂະຫຍາຍບົດບາດແກ່ນສານ ແລະ ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງແໜ້ນແຟ້ນ, ຄົບຊຸດ, ທັນການ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ