ສະຖານກົງສູງໃຫຍ່ຫວຽດນາມ ປະຈຳ Fukuoka ຍີ່ປຸ່ນ ປຸກລະດົມການແຜ່ບໍລິຈາກກອງທຶນວັກຊິນປ້ອງກັນຕ້ານໂລກລະບາດໂຄວິດ-19

(VOVWORLD) -ການປ້ອງກັນຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ລວມຂອງມວນມະນຸດ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ທຸກຄົນ ແລະ ເພື່ອນມິດຂອງຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈໜູນຊ່ວຍຫວຽດນາມ ຕ້ານໂລກລະບາດໂວຄິດ-19.
ສະຖານກົງສູງໃຫຍ່ຫວຽດນາມ ປະຈຳ Fukuoka ຍີ່ປຸ່ນ ປຸກລະດົມການແຜ່ບໍລິຈາກກອງທຶນວັກຊິນປ້ອງກັນຕ້ານໂລກລະບາດໂຄວິດ-19 - ảnh 1ພິທີປຸກລະດົມການແຜ່ບໍລິຈາກ
(ພາບ: TTXVN)

ວັນທີ 21 ສິງຫາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukouka, ປະເທດ ຍີ່ປຸ່ນ ໄດ້ປຸກລະດົມການແຜ່ບໍລິຈາກ ສະໜັບສະໜູນຂອງທຶນວັກຊິນກັນໂຄວິດ-19 ຂອງລັດຖະບານທາງອອນລາຍ. ກ່າວຄຳເຫັນທ່ີພິທີປຸກລະດົມ, ທ່ານ ຫວູບິ່ງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukouka ຢືນຢັນວ່າ, ການປ້ອງກັນຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ລວມຂອງມວນມະນຸດ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ທຸກຄົນ ແລະ ເພື່ອນມິດຂອງຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈໜູນຊ່ວຍຫວຽດນາມ ຕ້ານໂລກລະບາດໂວຄິດ-19. ທ່ານສະມາຊິກສະພາຕ່ຳຍີ່ປຸ່ນ Tomioka Tsutomu, ປະທານສະມາຄົມນິດສະພາບຫວຽດນາມ, ຢືນຢັນວ່າທ່ານເອງ ແລະ ສະມາຄົມມິດຕະພາບ Nagasaki - ຫວຽດນາມ ຈະເຂົ້າຮ່ວມການຂົນຂວາຍສະໜັບສະໜູນກອງທຶນວັກຊິນ ແລະ ຊ່ວຍຫວຽດນາມ ຕ້ານໂລກລະບາດ.

ພາຍຫຼັງພິທີປຸກລະດົມ, ຍອດຈຳນວນເງິນແຜ່ບໍລິຈາກ ແລະ ໄດ້ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຢູ່ສະຖານກົງສູງໃຫຍ່ແມ່ນກວ່າ 5.900 USD ແລະ ຢູ່ບັນດາສະຖານທີເຊື່ອມຕໍ່ອື່ນແມ່ນກວ່າ 7.000 USD. ບັ້ນຂົນຂວາຍແຜ່ບໍລິຈາກໃຫ້ແກ່ກອງທຶນແກ່ຍາວຮອດວັນທີ 25 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ