ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກ

ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກ - ảnh 1
ທ່ານ ຟ້າ​ມ ກາວຟອງ ​ເອກ​ອັກຄະ​ລັດຖະທູດ
ຫວຽດນາມ ປະຈຳ ມາ​ເລ​ເຊຍ
(ພາບ: vietnam+)

(vovworld) – ​ ​ ວັນ​ທີ 06/02 ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຈັດ​ຕັ້ງ​ພິທີ​ສະ​ເຫຼີມສະຫຼອງ 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດ​ນາມ (03/02/1930 – 03/02/2017). ​ເຂົ້າ​ຮ່ວມ​ພິທີ​ມີ​ພະນັກງານ, ສະມາຊິກ​ພັກ​ທີ່ຂຶ້ນ​ກັບ​ອົງຄະ​ນະ​ພັກ​ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ​ເປັນ​ຈຳນວນ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຟ້າ​ມ ກາວຟອງ ​ເອກ​ອັກຄະ​ລັດຖະທູດ, ​ເລຂາ​ຄະນະ​ພັກ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງການ​ກຳ​ເນີ​ດ​ພັກ​ກອມ​ມູນິດ ຫວຽດນາມ ສຳລັບ​ການ​ປະຕິວັດ ຫວຽດນາມ ​ໃນ​ການ​ຍາດ​ເອົາ​ເອກະລາດ, ປະຕິບັດ​ການ​ປະຕິວັດ​​ຊາດ, ປະຊາທິປະ​ໄຕ, ສ້າງສາ ​ແລ​ະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກາວ​ຟອງ ຮຽກຮ້ອງ​ບັນດາ​ພະນັກງານ, ສະມາຊິກ​ພັກ​ຕ້ອງ​ມານະ​ພະຍາຍາມ​ສູ້​ຊົນ, ສາມັກຄີ​ເພື່ອ​ສ້າງ​ກຳລັງ​ແຮງ​ສັງ​ລວມ, ພ້ອມ​ທັງ​ສະ​ເໜີ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສະມາຊິກ​ພັກ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​​ໄດ້​ຮັບມອບ​ໝາຍ​ເປັນ​ຢ່າງ​ດີ, ສ້າງ​ອ​ົງຄະນະ​ພັກ​ໃຫ້​ນັບ​ມື້​ນັບ​ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ.

 


ຕອບກັບ

ຂ່າວ/ບົດ​ອື່ນ