ສະ​ຖານ​ທູດ ຫວຽດ​ນາມ ອວຍ​ພອນ​ວັນຊາດ​ລາວ​ຄັ້ງ​ທີ 45

(VOVWORLD) -ວັນທີ 26 ພະຈິກ, ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳ ລາວ ໄປຍັງກະຊວງການຕ່າງປະເທດລາວ ແລະ ສຳນັກງານຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດ ລາວ ເພື່ອອວຍພອນ 45 ປີ ວັນຊາດ ລາວຄົບຮອລ 45 ປີ.
ສະ​ຖານ​ທູດ ຫວຽດ​ນາມ ອວຍ​ພອນ​ວັນຊາດ​ລາວ​ຄັ້ງ​ທີ 45 - ảnh 1

ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ໃຫ້ແກ່ທ່ານ ສະເຫຼີມໄຊ ກົມມະສິດ

ທີ່ບັນດາການພົບປະ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງດ້ວຍບັນດາຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງພັກ, ລັດ ແລະ ປະຊາຊົນລາວບັນລຸໄດ້ໃນໄລຍະ 45 ປີທີ່ຜ່ານມາ. ທ່ານ ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ເຖິງວ່າ ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ ການນຳຂອງພັກ, ລັດ ແລະ ປະຊາຊົນສອງປະເທດຍັງໄດ້ສືບຕໍ່ແບ່ງປັນ, ໜູນຊ່ວຍເຊິ່ງກັນແລະກັນ, ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ທ່ານ ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການພົວພັນແບບພິເສດລະຫວ່າງ ສອງປະເທດຈະນັບມື້ນັບໄດ້ຮັດແໜ້ນ, ຈະແມ່ນພື້ນຖານເພື່ອໃຫ້ສອງປະເທດສືບຕໍ່ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ.

ສ່ວນທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດ ລາວ ຢັ້ງຢືນວ່າ, ບັນດາຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງລາວບັນລຸໄດ້ໃນວັນນີ້ແມ່ນຍ້ອນມີການໜູນຊ່ວຍ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມໃນຫຼາຍປີທີ່ຜ່ານມາ, ທ່ານນາງກໍ່ຢັ້ງຢືນວ່າ ຍາມໃດກໍ່ໄດ້ຈາລຶກຄຸນງາມຄວາມດີຂອງບັນດານັກຮົບປະຕິວັດສອງປະເທດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດຂອງສອງປະເທດ, ເພື່ອພື້ນຖານເອກະລາດແຫ່ງຊາດ, ເພື່ອຄວາມເສລີ ແລະ ຄວາມຜາສຸກຂອງປະຊາຊົນສອງປະເທດ

 ວັນທຽງ -  ດັ້ງທຸ່ຍ ນັກຂ່າວ VOV ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ