ສະຖານທູດລາວ ປະຈຳຫວຽດນາມ ຈັດງານລ້ຽງສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ 2012

ສະຖານທູດລາວ ປະຈຳຫວຽດນາມ ຈັດງານລ້ຽງສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ 2012 - ảnh 1
(ທ່ານ​ສົມ​ພອນ ສີ​ຈະ​ເລີ​ນ ເອກ​ອັກຄະ​ລັດຖະທູດ ສປປ ລາວ ປະຈຳ​ຫວຽ​ດນາມ )

(vovworld) –  ຕອນ​ຄໍ່າ​ວັນ​ທີ 18/7, ຢູ່​ຮ່າ​ໂນ້ຍ, ສະຖານ​ທູດ​ສປປ ລາວ ປະຈຳ​ຫວຽດນາມ ​ໄດ້​ຈັດ​ງານ​ລ້ຽງ​ຢ່າງ​ສົມ​ກຽດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນ​ຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽ​ດນາມ - ລາວ (18/7/1977 – 18/7/2012) ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ (5/9/1962 – 5/9/2012). ​ເຂົ້າ​ຮວ່ມງານ​ລ້ຽງ, ຝ່າຍ​ຫວຽ​ດນາມ​ ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong; ທ່ານ​ປະທານ​ປະ​ເທດ Truong Tan Sang; ທ່ານ​ນາ​ຍົກ​ລົດ​ຖະມົນຕີ Nguyen Tan Dung. ສ່ວນຝ່າຍ​ລາວ​ມີ​​ຜູ້ປະຈຳການຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດສປປ ລາວທ່ານ ບຸນ​ຍັງ ວໍລະ​ຈິດ, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປລາວ ປະຈຳ​ຫວຽ​ດນາມ ສົມ​ພອນ ສີ​ຈະ​ເລີ​ນ ພ້ອມ​ກັນ​ບັນດາ​ການຳກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ. ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ​​ເວົ້າ​ວ່າ.



ສະຖານທູດລາວ ປະຈຳຫວຽດນາມ ຈັດງານລ້ຽງສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ 2012 - ảnh 2
( ທ່ານ​ປະທານ​ປະ​ເທດ Truong Tan Sang )

ໃນ​ບົດ​ປາ​ໄສ​ທີ່​ງານ​ລ້ຽງທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ການ​ຮວ່ມມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ​ສະ​ແດງ​ຄວາມ​ພາກພູມ​ໃຈ​ວ່າ

“ພວກ​​ເຮົາ​ມີ​ຄວາມ​ປິຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະນາ​ຢ່າງ​ບໍ່​ຢຸ​ດຢັ້ງຂອງ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ, ສາຍ​ພົວພັນ​ຊັດ​ຊື່​ບໍລິສຸດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເຊິ່ງ​ທ່ານປະທານ​ໂຮ່ຈິ​ມິນ ​ແລະ ທ່ານ​ໄກສອນ ພົມວິຫານ​ທີ່​ເຄົາລົບ​ຮັກ ​ໄດ້ກໍ່​ຕັ້ງ, ​ເຊິ່ງ​ບັນດາພະນັກງານ​ລຸ້ນຕ່າງໆ​​ຂອງ​ສອງ​ພັກ, ສອງ​ລັດ ພ້ອມ​ກັບ​ປະຊາຊົນ​ສອງ​ປະ​ເທດ​​ໄດ້ເພີ່ມ​ພູນ​ຄຸນ​ສ້າງ ​ແລະ ກ່າຍ​ເປັນ​ຊັບ​ສົມມ​ບັດ​ອັນ​ລຳ​ຄ່າ​ຂອງ​ສອງ​ຊາດ ​ແລະ ​ແມ່ນກົດ​ເກນ​ແຫ່ງການ​ພັດທະນາ​ລວມຂອງ​ການ​ປະຕິວັດ​ຂອງແຕ່ລະ​ປະ​ເທດ​ພວກ​ເຮົາ.”

​ໃນ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ຫວຽ​ດນາມ - ລາວ. ບັນດາ​ການ​ນຳ​ພັກ, ລັດ ​ແລະ ທຸກໆ​ຄົນ​ທີ່​ເຂົ້າ​ຮ່ວມ ພ້ອມ​ກັນ​ຍົກ​ຈອກ​ອວຍ​ພ້ອນສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບ​ບພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຽວ​ສົດ​ງົດ​ງາມ, ໝັ້ນຄົງ​ນະ​ໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນາມ.

​ໃນ​ໂອກາດ​ດຽວ​ກັນ ຢູ່ ນະຄອນຫລວງ ວຽງ​ຈັນ, ສະຖານ​ທູດ ຫວຽດນາມ ປະຈຳ ສປປ ລາວ ​ໄດ້​ຈັດ​ງານ​ລ້ຽງ​ຂຳ່ນັບ​ຮັບ​ຕ້ອນ​​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ນີ້. ກ່າວ​ປາ​ໄສ​​ເປີດ​ງານ​ລ້ຽງ, ທ່ານ Ta Minh Chau ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ສປປ ລາວ ​ໄດ້​ຢືນຢັນ​ວ່າ: ນ້ຳ​ໃຈ​ສາມັກຄີ​ສະຫນິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ພັດທະນາ. ປະ​ຈຸ​ບັນ, ​ໃນ​ສະພາບ​ການ​ໃຫມ່, ​ເມື່ອ​ສອງ​ປະ​ເທດ​ພວມ​ຢືນ​ຢູ່​ຕໍ່ຫນ້າ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ. ​ໃນ​ບົດ​ປາ​ໄສຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີ ລາວ, ທອງ​ສິງ ທຳ​ມະ​ວົງ ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ປັດ​ໄຈ​ຕັດສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ຂອງ​ສອງ​ປະ​ເທດ. ພັກ ​ແລະ ລັດ​ລາວ ໝັ້ນ​ໝາຍ​ຈ​ະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃຫ້​ເລິກ​ເຊິ່ງ ​ແລະ ກາຍ​ເປັນ​ອາລົມ​ຈິດ, ​ແນວ​ຄິດ​ທາງ​ດ້ານ​ການ​ເມືອງ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ຂອງ​ປະຊາຊົນ​ລາວ​ແຕ່ລະຄົນ. ພັກ, ລັດ ​ແລະ ລັດຖະບານ​ລາວ ຈະ​ສືບ​ຕໍ່ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ບໍລິສຸດ​ຜຸດ​ຜ່ອງລະຫວ່າງ​ສອງ​ປະ​ເທດ​ເພື່ອ​ສືບ​ທອດ​​ຮອດ​ເຊັ່ນລູກເຊັ່ນຫລານ.

ຂ່າວ/ບົດ​ອື່ນ