ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557 - ảnh 1
(ພິທີ​ຕ້ອນຮັບ​ບຸນປີ​ໃໝ່, ປີ​ມະ​ເມຍ ພສ 2557)

(vovworld) - ຕອນ​ຄໍ່າ​ວັນ​ທີ 10/04, ຢູ່​ຮ່​າໂນ້ຍ, ສະຖານທູດ​ສປປລາວ ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່, ປີ​ມະ​ເມຍ ພສ 2557.

        ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ; ທ່ານ​ນາງ​ຕ່ອງ​ທິຟ໋ອງ, ຮອງປະທານ​ສະພາ​ແຫ່ງ​ຊາດ; ທ່ານ ຫງວຽນ​ຊວນ​ຟຸ໋ກ, ຮອງ​ນາຍົກລັດຖະມົນຕີ ພ້ອມ​ກັບ​ບັນດາ​ແຂກ​ຖືກ​ເຊີນ​ຫວຽດນາມ - ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.
ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557 - ảnh 2
(ທ່ານ​ ສົມ​ພອ​ນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ,
ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປລາວ ປະຈຳຫວຽດນາມ)

​   ໃນ​ບັນຍາກາດ​ທີ່​ຟົດ​ຟື້ນ​ຂອງ​ງານ​ບູນຕ້ອນຮັບ​ບຸນປີ​ໃໝ່, ທ່ານ​ ສົມ​ພອ​ນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປລາວ ປະຈຳຫວຽດນາມ ​ໃຫ້​ຮູ້​ວ່າ.



ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບ ບຸນປີໃໝ່ ພສ 2557 - ảnh 3
(ທ່ານ​ນາງ​ຕ່ອງ​ທິຟ໋ອງ, ຮອງປະທານ​ສະພາ​ແຫ່ງ​ຊາດ)

       ກ່າວ​ຄຳ​ເຫ​ັນທີ່​ພິທີ, ທ່ານ​ນາງ​ຕ່ອງ​ທິຟ໋ອງ, ຮອງປະທານ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ.

“​ໃນ​ຊຸມ​ປີຜ່ານມາ, ​ເຖິງ​ວ່າ​ສະພາບ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່ ​ສັບສົນຫຼາຍ​ຢ່າງ, ​ແຕ່ລະ​ປະ​ເທດ​ກໍ່​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ, ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ​​ໄດ້​ຮັບ​ຜົນ​ງານ​ສຳຄັນຫຼາຍ​ຢ່າງ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາຈະພ້ອມ​ກັບ​ລາວ ປົກ​ປັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ, ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດຢ່າ​ງບໍ່​ຢຸດ​ຢັ້ງ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ມີ​ປະສິດທິ​ຜົນ”.

        ທີ່​ພິທີ, ​ແຂກ​ຖືກ​ເຊີນ​ຍັງ​ເຂົ້າ​ຮ່ວມ​ພິທີ​ບາສີສຸຂວັນ, ຫົດ​ນ້ຳ​ອວຍພອນ​ປີ​ໃໝ່ ແລະ ພ້ອມ​ກັນ​ຟ້ອນ​ລຳວົງ​ຕາມ​ຮິດຄອງ​ປະ​ເພນີ​ຂອງ​ລາວ.


ຂ່າວ/ບົດ​ອື່ນ