ສະຖານທູດຫວຽດນາມ ປະຈຳປະເທດຕ່າງໆ ຈັດພິທີໄວ້ອາໄລ ທ່ານພົນເອກຫວໍ້ງວຽນຢາບ

ສະຖານທູດຫວຽດນາມ ປະຈຳປະເທດຕ່າງໆ ຈັດພິທີໄວ້ອາໄລ ທ່ານພົນເອກຫວໍ້ງວຽນຢາບ - ảnh 1

ພິທີ​ໄວ້ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບຢູ່

ສະຖານທູດ​ຫວຽດນາມ​ປະຈຳ​ຈີນ

(ພາບ: soha.vn)

(vovworld)-​​​​ ​ວັນ​ທີ 14/10, ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ສືບ​ຕໍ່​ເປີດ​ປະຕູ ​ແລະ ປຶ້ມ​ໄວ້ອາ​ໄລ​ຕ້ອນຮັບ​ບັນດາ​ຄະນະ​ຜູ້​ແທນ​ສາກົນ ​ແລະ ຊາວ​ຫວຽດນາມ ພວມ​ຮ່ຳຮຽນ, ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ​ຢູ່​ສະຫະພັນ​ລັດ​ເຊຍ ມາ​ໄວ້ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ. ​ໃນ​ຈຳນວນ​ຄະນະ​​ແຂກ​ສາກົນມາ​ໄວ້ອາ​ໄລ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ, ບັນດາປະ​ເທດ​ອາ​ຟຼິກກາ ​ພ້ອມ​ກັບປະ​ເທດ​ອື່ນໆ​ຄື: ​ ຝະລັ່ງ,ໂປ​ໂລ​ຍ….ພິ​ເສດ​, ທ່ານພົນ​ໂທ Olech Saliukov ຮອງ​ເສນາ​ທິການ​ໃຫ່ຍກອງ​ເສນາ​ທິການ​ໃຫ່ຍສະຫະພັນ​ລັດ​ເຊຍ ​ໄດ້​ມາ​​ໄວ້ອາ​ໄລ ​ແລະ ​ເຊັນ​ປຶ້ມ​ໄວ້ອາ​ໄລ​ຢ່າງ​ສົມ​ກຽດ.

   ​ເມື່ອ​ເຂົ້າໄວ້ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ, ​ເພື່ອ​ນມິດ​ລັດ​ເຊຍ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່ສະຫະພັນ​ລັດ​ເຊຍ ຫຼາຍ​ຄົນລ້ວນ​ແຕ່​ສະ​ແດງຄວາມ​ສະ​ເທືອ​ນ​ໃຈ​ທີ່​ສຸດ. ພັນ​ຈັດຕະວາ​ຟ້າ​ມວັນ​ຊຶງ (Phạm Văn Xứng) ພວມຮຽນ​ຢູ່ສະຫະພັນ​ລັດ​ເຊຍ ​ເວົ້າດ້ວຍ​ຄວາມ​ຕຶ້ນຕັນ​ໃຈ​ວ່າ:

   “ພວກ​ຂ້າພະ​ເຈົ້າ, ຜູ້​ທີ່​ກຳລັງ​ຮ່ຳຮຽນ​ດ້ານ​ການ​ທະຫານ​ຢູ່​ລັດ​ເຊຍ ຂໍ​ໃຫ້​ຄຳໝັ້ນສັນຍາ​ວ່າ​ຈະ​ຮ່ຳຮຽນ​​ໃຫ້ດີ​ເພື່ຶອນຳ​ບັນດາ​ຄວາມ​ຮູ້​ຈາກ​ການ​ຮຳ່ຮຽນ​ຢູ່ຕ່າງປະ​ເທດມາ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານຂອງ​ຕົນ. ສົມ​ກັບ​ຄຸນງາມຄວາມດີ​ອັນ​ໃຫ່ຍຫຼວງ ​ແລະ ບັນດາ​ວິລະ​ກຳ​ຊື່​ງທ່ານ​ພົນ​ເອກ​ໄດ້​ສ້າງ​ຂຶ້ນ“.

ສະຖານທູດຫວຽດນາມ ປະຈຳປະເທດຕ່າງໆ ຈັດພິທີໄວ້ອາໄລ ທ່ານພົນເອກຫວໍ້ງວຽນຢາບ - ảnh 2

ພິທີ​ໄວ້ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບຢູ່

ສະຖານທູດ​ຫວຽດນາມ​ປະຈຳ​ລາວ

(ພາບ: soha.vn)

    ແຕ່​ວັນ​ທີ 12-14/10, ຄະນະ​ຜູ້ຕາງໜ້າ​ຫວຽ​ດນາມ ປະຈຳ ສປຊ, ສະຖານທູດ​ຫວຽດນາມ ປະຈຳ​ອັກ​ຊັງ​ຕິນ, ນອກ​ແວ, ອົດ​ສະ​ຕາ​ລີ, ອີ​ຢີບ, ຈີນ….​ກໍ່​ໄດ້​ຈັດ​ພິທີ​ໄວ້ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ. ​ໃນ​ປຶ້ມ​ໄວ້ອາ​ໄລ, ທ່ານ​ເອກ​ອັກຄະ​ລັດຖະທູດ. ຫົວໜ້າ​ຜູ້ຕາງໜ້າ​ບັນດ​າປະ​ເທດ​ຈີນ, ລາວ, ອິນ​ເດຍ, ອານເຊຣີ, ​ເວ​ເນ​ຊູ​ເອລາ….​ໄດ້​​ແບ່ງ​ເບົາ​ຄວາມ​​ໂສກເສົ້າ​ເສຍ​ໃຈ​ຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ຊື່​ງ​ແມ່ນ​ນັກ​ປະຕິວັດ ​ແລະ ການນຳ​ທີ່​ດີ​ເດັ່ນ​ຂອງ ປຊຊ ຫວຽດນາມ, ​ແມ່ນ​ສັນຍາ​ລັກ​ກຂອງ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ ​​ເພື່ອ​ຍາດ​ເອົາ​ເອກະລາດ​ມາ​ໃຫ້​ປະ​ເທດ​ຊາດ./.

ຂ່າວ/ບົດ​ອື່ນ