ສະຖານທູດຫວຽດນາມ ຢູ່ຫຼາຍປະເທດເປີດປື້ມສະມຸດໄຫວ້ອາໄລພົນເອກ ຫວໍງວຽນຢາບ

ສະຖານທູດຫວຽດນາມ ຢູ່ຫຼາຍປະເທດເປີດປື້ມສະມຸດໄຫວ້ອາໄລພົນເອກ ຫວໍງວຽນຢາບ - ảnh 1
ສະຖານທູດ​ຫວຽດນາມ​ ປະຈຳ​ກຸຍ​ບາ ​ຈັດ​ພິທີ​ງານສົບ
ພົນ​ເອກ​ຫວໍ​ງວຽນ​ຢາ​ບ
(ພາບ: vietnamplus.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 11 – 12 ຕຸລາ, ສະຖານທູດ​ຫວຽດນາມ​ ປະຈຳ​ກຸຍ​ບາ ​ໄດ້​ຈັດ​ພິທີ​ງານສົບ​ແລະ ​ເປີດ​ປື້​ມສະມຸດ​ໄຫວ້​ອາ​ໄລ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ໝູ່​ຄະນະ​ພະນັກງານ​ບັນດາ​ອົງການ​ຕາງ​ໜ້າ ​ແລະ ຄອບຄົວ, ພ້ອມ​ກັບ​ຜູ້​ຕາງ​ໜ້າຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ ຢູ່​ກຸຍ​ບາ. ທ່ານ​ອຸ​ປະທູດ​ຊົ່ວຄາວ​ຫວຽດນາມ ປະຈຳ​ກຸຍ​ບາ ດັ້ງ​ວັນ​ຢຸງ ​ໄດ້​ຫວນ​ຄືນ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ອັນ​ສະຫງ່າ​ລາສີ, ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພ້ອ​ມທັງ​ຢືນຢັນ​ວ່າ ພົນ​ເອກ ​ເຂົ້າ​ສູ່​ປະວັດ​ສາດ​ຂອງ​ຊາດ ຄື​ນັກຮົບ​ວິລະ​ຊົນ​ທີ່ມີ​ຄຸນສົມບັດ ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສຢູ່​ກຸຍ​ບາ ​ໄດ້​ສະຫງວນ​ເວລາ 1 ນາທີ ​ເພື່ອ​ສະ​ແດງ​ຄວາມ​ຈົດ​ຈຳ​ຕໍ່​ທ່ານ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ, ນັກຮົບ​ປະຕິວັດ​ທີ່ອົງອາດ​ກ້າຫານ​ໄດ້​ອຸທິດ​ສ່ວນ​ຕະຫຼວດຊີວິດ​ຂອງ​ຕົນ​ໃຫ້​ແກ່​ເອກະລາດ, ອິດ​ສະລະ​ພາບ​ຂອງ​ຊາດ.

ສະຖານທູດຫວຽດນາມ ຢູ່ຫຼາຍປະເທດເປີດປື້ມສະມຸດໄຫວ້ອາໄລພົນເອກ ຫວໍງວຽນຢາບ - ảnh 2
(ສະຖານທູດ​ຫວຽດນາມ​ ປະຈຳ ອີ​ຍີບ
ຈັດ​ພິທີ​ງານ​ສົບພົນ​ເອກ​ຫວໍ​ງວຽນ​ຢາ​ບ)


​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຖານທູ​ດຫວຽດນາມ ປະຈຳ​ຍີ່ປຸ່ນ, ອັງ​ໂກລາ, ກາ​ນາ​ດາ, ອີ​ຍີບ, ລາຊະ​ອານາຈັກ​ອັງກິດ... ​ໄດ້​ຈັດ​ຕັ້ງ​ພິທີ​ໄຫວ້​ອາ​ໄລ​ຢ່າງ​ສົມ​ກຽດ ​ແລະ ​ເປີດປື້ມສະມຸດ​ໄຫວ້​ອາ​ໄລ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ສະຖານທູດ​ບັນດາ​ປະ​ເທດ, ບັນດາ​ອົງການ, ບຸກຄົນ​ຊາວຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ຢູ່ປະ​​ເທດ​ຈຳ​ຖິ່ນເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ