ສະຖານທູດຫວຽດນາມປະຈຳສະຫະລັດອາຣັບເອັມມີເລດແລະກຸ່ມບໍລິສັດການເງິນFalcomເຊັນສັນຍາຮ່ວມມື

ສະຖານທູດຫວຽດນາມປະຈຳສະຫະລັດອາຣັບເອັມມີເລດແລະກຸ່ມບໍລິສັດການເງິນFalcomເຊັນສັນຍາຮ່ວມມື - ảnh 1
ຂາເຂົ້າ-ຂາອອກຢ່າທ່າກ່ຳປ່ັນ ກາດລາຍ (ພາບປະກອບ/TTXVN)

(vovworld) – ​ ​ວັນ​ທີ 6/9, ຢູ່​ນະຄອນຫລວງ ດູ​ບາຍ ​ແຫ່ງ ສະຫະລັດອາຣັບ​​ເອັມມີ​ເລດ (UAE), ສະຖານທູດ ຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ໃຫຍ່​ການ​ເງິນ Falcom (ອັງກິດ) ລົງ​ນາມ​​ໃນ​ສັນຍາ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຄ້າ 2 ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ໂດຍ​ຜ່ານ​ການຕອບ​ສະໜອງ​ບັນດາ​ການ​ບໍລິການ, ມາດ​ຕະການ​ການ​ເງິນ​ຂອງ Falcom. 2 ຝ່າຍພ້ອມ​ກັນ​ສ້າງ ​ແລະ ສຳ​ເລັດ​ແຜນການ​ດຳ​ເນີນ​ງານ ​ເພື່ອ​ຜັນ​ຂະຫຍາຍ​ສັນຍາ​ໃນ​ເດືອນ 10 ຈະ​ມາ​ເຖິງ, ລວມມີ​ການ​ສຳ​ພັດ, ​ແລກປ່ຽນ, ​ເຊື່ອມ​ຕໍ່ Falcom ກັບບັນດາສຳນັກງານ, ອົງການ, ສະຫະ​ສະມາຄົມ, ວິ​ສາ​ຫະກິດຂອງ ຫວຽດນາມ  ​ແລະ ບັນດາຂໍ້​ມູນ​ຂ່າວ​​ໃນ​ຕະຫລາດ​​ເໝາະ​ສົມ​ ກໍຄື​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ອື່ນໆ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ UAE ຟ້າ​ມບິ່ງ​ດ່າ​ມ​ ໃຫ້ຂໍ້​ສັງ​ເກດ​ວ່າ: UAE ​ແມ່ນ​ຕະຫລາດ​ຍຸດ​ທະ​ສາດ​ຢູ່ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ​ແມ່ນ​​ທາງ​ຜ່ານ​ຂົນສົ່ງ​ສິນຄ້າ​​ໃຫຍ່​ລະຫວ່າງ​ບັນດາ​ທະວີບ, ​ແມ່ນ​ປະຕູ ​ເພື່ອ​​ໃຫ້ສິນຄ້າ​ ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫລາດຕ່າງໆ.

ຂ່າວ/ບົດ​ອື່ນ