ສະຖານທູດຫວຽດນາມປະຈຳອາກຊັງຕິນຈັດພິທີຕ້ອນຮັບວັນບຸນເຕັດປະຊາຄົມ 2019

(VOVWORLD) -ຕອນຄ່ຳວັນທີ 12 ມັງກອນ, ສະຖານທູດຫວຽດນາມ ປະຈຳອາກຊັງຕິນ ໄດ້ຈັດການພົບປະປະຊາຄົມຕ້ອນຮັບບຸນປີໃໝ່ປີກຸນ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ

ສະຖານທູດຫວຽດນາມປະຈຳອາກຊັງຕິນຈັດພິທີຕ້ອນຮັບວັນບຸນເຕັດປະຊາຄົມ 2019 - ảnh 1  ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາກຊັງຕິນ ດັ້ງຊວນຢຸງ

(ພາບ: TTXVN)

ພ້ອມກັບໝູ່ຄະນະອົງການຕາງໜ້າ ແລະ ຄອບຄົວ, ນັກສຶກສາ ແລະ ລູກເຮືອ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນ ຢູ່ທຸກແຖບຖິ່ນໃນທົ່ວປະເທດອາກຊັງຕິນ.

        ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາກຊັງຕິນ ດັ້ງຊວນຢຸງ ໃຫ້ຮູ້ວ່າ, ປີ 2018, 2 ປະເທດໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, ພໍ່ແມ່ພີ່ນ້ອງ ຈະຮັກສາສີສັນຊາດ, ສ້າງປະຊາຄົມຫວຽດນາມ ດ້ວຍຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງຢູ່ອາກຊັງຕິນ, ປະກອບສ່ວນເປັນຂົວເຊື່ອມຕໍ່ໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ອາກຊັງຕິນ; ປາດຖະໜາວ່າ ພໍ່ແມ່ພີ່ນ້ອງເມື່ອມີໂອກາດກັບເມືອຢ້ຽມຢາມບ້ານເກີດເມືອງນອນ ຈະປະກອບສ່ວນເຫື່ອແຮງ ແລະ ພູມປັນຍາເພື່ອສ້າງສາ ແລະ ປົກປັກຮັກສາບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ