ສະຖານທູດແດນມາກແລະກະຊວງການຕ່າງປະເທດຫວຽດນາມລົງນາມໃນແຜນການເຄື່ອນໄຫວລວມປີ2016

ສະຖານທູດແດນມາກແລະກະຊວງການຕ່າງປະເທດຫວຽດນາມລົງນາມໃນແຜນການເຄື່ອນໄຫວລວມປີ2016 - ảnh 1
ສະຖານທູດແດນມາກແລະກະຊວງການຕ່າງປະເທດຫວຽດນາມ
ລົງນາມໃນແຜນການເຄື່ອນໄຫວລວມປີ2016
(ພາບ: qdnd)


(vovworld) –​ ​ວັນ​ທີ 23/02, ສະ​ຖານ​ທູດ​ແ​ດນ​ມາກ ປະ​ຈຳ​ຫວຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽ​ດ​ນາມ ໄດ້​ລົງ​ນາມ​ແຜນ​ການ​ເຄື່ອນ​ໄຫວ​ລວ​ມ ປີ 2016 ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ແດນ​ມາກ ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ເມື່ອ​ເດືອນ 09/2013. ແຜນ​ການ​ເຄື່ອນ​ໄຫວ​ປີ 2016 ໄດ້​ວ​າງ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ ແລະ ໂຄງ​ການ​ຮ່ວມ​ມືເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ 5 ຂົງ​ເຂດ. ປີ 2016, ຫວຽດ​ນາມ ແລະ ແດນ​ມາກ ຈະ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜ​ູ້​ແທນ ແລະ ​ການ​ພົບ​ປະແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​​ນອນໃນ​ແຜນ​ການ​ເຄື່ອນ​ໄຫວ ເພື່ອ​ແນ​ໃສ່​ມຸ່​ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ​ເຫດ​ການ​ສຳ​ຄັນ​ນີ້.

ຂ່າວ/ບົດ​ອື່ນ