ສະຖານນີເຄື່ອງສົ່ງເຂດທາງທິດໃຕ້ພາກກາງໄດ້ນຳເຂົ້າເຄື່ອນໄຫວດ້ວຍວິໄສທັດ ແລະ ຄວາມຄາດຫວັງໃໝ່

(VOVWORLD) -ສະຖານນີເຄື່ອງສົ່ງເຂດທາງທິດໃຕ້ພາກກາງຂຶ້ນກັບ VOV ໄດ້ເລີ່ມອອກອາກາດໃນ 8 ແຂວງເຂດທາງທິດໃຕ້ພາກກາງ ແລະ ເຂດທະເລຕາເວັນອອກ
ສະຖານນີເຄື່ອງສົ່ງເຂດທາງທິດໃຕ້ພາກກາງໄດ້ນຳເຂົ້າເຄື່ອນໄຫວດ້ວຍວິໄສທັດ ແລະ ຄວາມຄາດຫວັງໃໝ່ - ảnh 1(ສະຖານນີເຄື່ອງສົ່ງເຂດທາງທິດໃຕ້ພາກກາງ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ແລະ ສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOV), ສະຖານນີເຄື່ອງສົ່ງເຂດທາງທິດໃຕ້ພາກກາງຂຶ້ນກັບ VOV ໄດ້ເລີ່ມອອກອາກາດໃນ 8 ແຂວງເຂດທາງທິດໃຕ້ພາກກາງ ແລະ ເຂດທະເລຕາເວັນອອກ, ປະກອບສ່ວນປົກປັກຮັກສາເຂດທະເລ, ໝູ່ເກາະແຫ່ງສັກກະລະບູຊາຂອງປະເທດຊາດ ແລະ ຢືນຢັນອະທິປະໄຕ, ອຳນາດອະທິປະໄຕຂອງຊາດບົນທະເລຜ່ານຄື້ນກະຈາຍສຽງ. ທ່ານ ຫວູຮາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV ເນັ້ນໜັກວ່າ: ໂຄງການນີ້ປະຕິບັດສຳເລັດ “ເປົ້າໝາຍຄວບຄູ່” ແມ່ນທັງຮັບປະກັນເປົ້າໝາຍກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ທັງຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ.

“ພາຍຫຼັງອອກອາກາດຢູ່ໝູ່ເກາະ ເຈື່ອງຊາ ເວົ້າສະເພາະ ແລະ ເຂດທະທາງທິດໃຕ້ພາກກາງ ເວົ້າລວມ, ພວກເຮົາບັນລຸໄດ້ 2 ເປົ້າໝາຍຕົ້ນຕໍແມ່ນ: ທີໜຶ່ງ, ຊາວປະມົງ ແລະ ບັນດາກຳລັງແຮງງານ ແລະ ເຮັດວຽກຢູ່ທະເລນັບລ້ານຄົນ ສາມາດຮັບຟັງລາຍການຂອງ VOV ຄື ຂ່າວການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຄືຢູ່ເຂດດິນຕໍ່ແຜ່ນ. ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ແຕ່ລະມື້ມີຄື້ນຂອງວິທະຍຸຕ່າງປະເທດເປັນຈຳນວນຫຼາຍໄດ້ສົ່ງອອກອາກາດດ້ວຍຄວາມແຮງ ແລະ ໃຊ້ເວລາຫຼາຍເຂົ້າເຂດທະເລຕາເວັນອອກ, ໃນນັ້ນມີບັນດາຂໍ້ມູນບໍ່ເປັນທາງການ. ສະນັ້ນ, ເລື່ອງສະຖານນີດັ່ງກ່າວໄດ້ນຳເຂົ້າໃຊ້ການ ໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງຊາວປະມົງໃນການປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ ແລະ ຢືນຢັນອະທິປະໄຕ, ອຳນາດອະທິປະໄຕຂອງປະເທດຊາດຢູ່ເຂດທະເລຜ່ານຄື້ນວິທະຍຸກະຈາຍສຽງ”.

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 01 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ້, ໄດ້ໂທລະສັບຢື້ຢາມຖາມຂ່າວ, ລະດົມກຳລັງໃຈທາງດ້ານຈິດໃຈບັນດານັກຮົບ, ພະນັກງານ, ປະຊາຊົນໃນເກາະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ