ຫາງສຽງສາກົນຕີລາຄາສູງຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ

(VOVWORLD) - ໄຊຊະນະ ດ້ຽນບຽນຝູ ໄດ້ນຳສັນຕິພາບມາໃຫ້ແກຼມ ອິນດູຈີນ ແລະ ແມ່ນປະຖົມປັດໃຈພາໄປເຖິງການລົງນາມໃນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່.
ຫາງສຽງສາກົນຕີລາຄາສູງຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ - ảnh 1ໜັງສືພິມເອເລັກໂຕນິກຂອງວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕິນ
(ພາບ: TTXVN)

“ກ່ອນນີ້ 70 ປີ, ວັນທີ 07 ພຶດສະພາ 1954, ໃນເວລາ 17 ໂມງ 30 ນາທີ, ທຸງແດງດາວເຫຼືອງໄດ້ປິວສະບັດຢູ່ເທິງຂຸ້ມບັນຊາຂອງສັດຕູ”. ນີ້ແມ່ນເນື້ອໃນຄຳຂຶ້ນຕົ້ນບົດຂຽນທີ່ໄດ້ເອົາລົງໃນໜັງສືພິມເອເລັກໂຕນິກຂອງວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງຊາດ ຫວຽດນາມ. ບົດຂຽນຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ໄດ້ນຳສັນຕິພາບມາໃຫ້ແກຼມ ອິນດູຈີນ ແລະ ແມ່ນປະຖົມປັດໃຈພາໄປເຖິງການລົງນາມໃນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່.

  ໃນບົດຂຽນ “ດ້ຽນບຽນຝູ: ເລົ່າຄືນບົດກອນລຳປະຫວັດສາດ” ເຊິ່ງສຳນັກຂ່າວສານ Prensa Latina ລົງພິມໃນວັນທີ 07 ພຶດສະພາ, ນັກຂ່າວ Moisés Pérez Mok, ຫົວໜ້າອົງການຜູ້ຕາງໜ້າຂອງ Prensa Latina ປະຈຳ ຮ່າໂນ້ຍ, ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນໝາກຜົນຂອງການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ສົມທົບກັບກຳລັງແຮງຂອງກອງທັບ ແລະ ນ້ຳໃຈຮັກຊາດຂອງຊາວ ຫວຽດນາມ.
ຫາງສຽງສາກົນຕີລາຄາສູງຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ - ảnh 2ໜັງສືພິມ Grupo R Multimedio ຂອງ ອູຣູກວາຍ
(ພາບ: vietnamplus.vn)

        ແລະກໍ່ໃນວັນທີ 07 ພຶດສະພາ, ໜັງສືພິມ Grupo R Multimedio ຂອງ ອູຣູກວາຍ ກໍ່ໄດ້ລົງພິມ 3 ບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ, ໃນນັ້ນໄດ້ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ສະແດງໃຫ້ເຫັນກຳລັງແຮງມະຫາສາມັກຄີຂອງທົ່ວປວງຊົນທັງຊາດ, ຄວາມຄາດຫວັງສັນຕິພາບ, ເອກະລາດຂອງຊາດ, ພ້ອມທັງເປັນການພິສູດໃຫ້ເຫັນການຊີ້ນຳທີ່ດີເລີດຂອງພັກກອມມູນິດ ຫວຽດນາມ.

        ວັນທີ 07 ພຶດສະພາ, ບັນດາຊ່ອງໂທລະພາບຂອງ ຝລັ່ງ, ຄື: TF1, France Info, Euronews, TV5 Monde, France 24… ໄດ້ເອົາລົງຫຼາຍຂ່າວກ່ຽວກັບພິທີສະເຫຼີມສະຫຼອງ 70 ປິແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງ ຫວຽດນາມ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ພ້ອມກັບການເຂົ້າຮ່ວມຂອງທ່ານລັດຖະມົນຕີກອງທັບ ຝລັ່ງ Sébastien Lecornu ແລະ ທ່ານລັດຖະມົນຕີຮັບຜິດຊອບນັກຮົບເກົ່າ ແລະ ຄວາມຊົງຈຳ Patricia Mirallès ທີ່ພິທີ.

ຕອບກັບ

ຂ່າວ/ບົດ​ອື່ນ