ສະຖານບັນຕຳຫຼວດປະຊາຊົນ ຕ້ອນຮັບນາມມະຍົດວິລະຊົນ ກຳລັງປະກອບອາວຸດປະຊາຊົນ

ສະຖານບັນຕຳຫຼວດປະຊາຊົນ ຕ້ອນຮັບນາມມະຍົດວິລະຊົນ ກຳລັງປະກອບອາວຸດປະຊາຊົນ - ảnh 1
ພິທີຕ້ອນ​ຮັບ​​ນາມມະຍົດ​ວິລະ​ຊົນກຳລັງ​ປະກອບ​ອາວຸດ​ປະຊາຊົນ
(ພາບ: anninhthudo.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 16/10, ຢູ່​ທີ່​ຮ່າ​ໂນ້ຍ, ສະຖານ​ບັນ​ຕຳຫຼວດ​ປະຊາຊົນ ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ​ນາມມະຍົດວິລະ​ຊົນກຳລັງ​ປະກອບ​ອາວຸດ​ປະຊາຊົນ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​​ເຖິງ​ການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ, ​ແມ່ນ​ເງື່ອນ​ໄຂຕັດສິນ​ຊີ້​ຂາດ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ພາລະກິດສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

“ສະຖານ​ບັນ​ຕຳຫຼວດ​ປະຊາຊົນ ຄວນ​ສືບ​ຕໍ່​ກຳນົດ​​ເປົ້າ​ໝາຍ, ໜ້າ​ທີ່​ຈຸດ​ສຸມ​ໃນ​ວຽກ​ງານ​ສິດສອນ, ຄົ້ນຄວ້າ​ວິທະຍາສາດ​ຂອງ​ສະ​ຖາ​ບັນ​ນັ້ນ​ແມ່ນ: ກໍ່ສ້າງ​ພັດທະນາສະ​ຖາ​ບັນ​ໃຫ້​ກາຍ​ເປັນ​ມະຫາວິທະຍາ​​ໄລ​ຈຸດ​ສຸມ​ຂອງ​ຂະ​ແໜງ ​ແລະ ຂອງ​ປະ​ເທດ​ຕາມ​ທິດ​ບຳລຸງ​ສ້າງ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ. ສຸມ​ໃສ່​ບຳລຸງ​ສ້າງ, ບຳລຸງ​ພະນັກງານ​ຕຳຫຼວດ, ປະກອບສ່ວນ​ພັດທະນາ​​ແຫຼ່ງຊັບພະຍາກອນ​ມະນຸດ, ຍົກ​ສູງ​ກຳລັງ​ພາຍ​ໃນ ​ແລະ ກຳ​ລັງ​ສູ້​ຮົບ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ ຕາມ​ທິດປະຕິວັດ, ກຳລັງ​ຫຼວງທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ສະ​ຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢ່າງ​ແທດ​ຈິງ”.

ຂ່າວ/ບົດ​ອື່ນ