ສະ​ຖາ​ບັນ ຫວຽດ​ນາມ - ຊິດ​ນີ - ບ່ອນ​ເຕົ້າ​ໂຮມຫຼາຍ​ນັກ​ຄົ້ນ​ຄວ້າ​ລົງ​ເລິກ​ກ່ຽວ​ກັບ ຫວຽດ​ນາມ

(VOVWORLD) -ທີ່ເວທີປາໄສ, ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ ຊິດນີ ໄດ້ແບ່ງປັນຜົນງານການຄົ້ນຄວ້າຫຼາຍຢ່າງກ່ຽວກັບ ຫວຽດນາມ ແລະ ບັນດາໂຄງການຊຸກຍູ້ການຮ່ວມມືດ້ານການສຶກສາ ກັບມະຫາວິທະຍາໄລຂອງ ຫວຽດນາມ. 
ສະ​ຖາ​ບັນ ຫວຽດ​ນາມ - ຊິດ​ນີ - ບ່ອນ​ເຕົ້າ​ໂຮມຫຼາຍ​ນັກ​ຄົ້ນ​ຄວ້າ​ລົງ​ເລິກ​ກ່ຽວ​ກັບ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຕິດແທ່ງ 

ວັນທີ 21 ກັນຍາ, ຢູ່ມະຫາວິທະຍາໄລ ຊິດນີ, ສະຖາບັນ ຫວຽດນາມ - ຊິດນີ ໄດ້ຈັດເວທີປາໄສຄົ້ນຄວ້າ ຫວຽດນາມ - ຊິດນີ ຄັ້ງທີ 5. ດ້ວຍເປົ້າໝາຍຫຼໍ່ລ້ຽງການຮ່ວມມືຕ່າງໆ ເພື່ອແນໃສ່ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ທີ່ເວທີປາໄສ, ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ ຊິດນີ ໄດ້ແບ່ງປັນຜົນງານການຄົ້ນຄວ້າຫຼາຍຢ່າງກ່ຽວກັບ ຫວຽດນາມ ແລະ ບັນດາໂຄງການຊຸກຍູ້ການຮ່ວມມືດ້ານການສຶກສາ ກັບມະຫາວິທະຍາໄລຂອງ ຫວຽດນາມ ຄື ມະຫາວິທະຍາໄລການຢາ ຮ່າໂນ້ຍ, ມະຫາວິທະຍາໄລແພດສາດ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ VinUni.

        ເຂົ້າຮ່ວມເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຕິດແທ່ງ ຕີລາຄາສູງຕໍ່ໂຄງການຄົ້ນຄວ້າເຊິ່ງບັນດານັກຊ່ຽວຊານຂຶ້ນກັບ ມະຫາວິທະຍາໄລ ຊິດນີ ໄດ້ປະຕິບັດ ແລະ ຢັ້ງຢືນວ່າ ຜົນງານການຄົ້ນຄວ້ານັ້ນ ບໍ່ພຽງແຕ່ຊ່ວຍມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນຫາພຶດຕິກໍາຕົວຈິງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດອີກດ້ວຍ. ການເຄື່ອນໄຫວຮ່ວມມືຫຼາຍດ້ານກັບມະຫາວິທະຍາໄລ ຊິດນີ, ໃນນັ້ນ ມີສະຖາບັນ ຫວຽດນາມ ຊິດນີ ພວມເປີດຊ່ອງທາງຮ່ວມມືໃໝ່, ມີປະສິດທິຜົນຢ່າງແທດຈິງລະຫວ່າງສອງປະເທດ.

ຫວຽດນາມ, ນັກຂ່າວ VOV ຢູ່ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ