ສະ​ຖາ​ບັນ ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ຜົນ​ງານ​ຂອງ​ຫວຽດ​ນາມ

(VOVWORLD) -ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບາງສະຖາບັນ, ກອງທຶນຄົ້ນຄ້ວາໃຫຍ່ຂອງ ເຢຍລະມັນ ໄດ້ລົງບັນດາບົດລາຍງານ ຕີລາຕາໝາກຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ ຂອງ ຫວຽດນາມ
ສະ​ຖາ​ບັນ ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ຜົນ​ງານ​ຂອງ​ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ໃນບົດຂຽນທີ່ໄດ້ລົງໃນເວັບໄຊຂອງ ກອງທຶນ Hanns-Seidel-Stiftung ຂອງເຢຍລະມັນ ຊື່ງແມ່ນໜຶ່ງໃນບັນດາກອງທຶນດ້ານການເມືອງໃຫຍ່ທີ່ສຸດຂອງເຢຍລະມັນ, ຜູ້ຂຽນ Magdalena Knödler  ໄດ້ໃຫ້ຂໍ້ສັງເກດວ່າ, ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກພິເສດ, ແຕ່ຫວຽດນາມ ໄດ້ປະຕິບັດບົດບາດຄວບຄູ່ແມ່ນ ປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ເປັນຢ່າງດີ. ເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ແລະ ການຍົກລະດັບການພົວພັນລະຫວ່າງ EU ແລະ ອາຊຽນ ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດ ກໍ່ໄດ້ດຳເນີນໃນປີ ຫວຽດນາມ ຮັບບົດບາດຄວບຄູ່. 

ໃນຂະນະນັ້ນ, ກອງທຶນ Konrad-Adenauer-Stiftung ໄດ້ລົງບົດລາຍງານ ຍາວ 6 ໜ້າກ່ຽວກັບຂໍ້ມູນຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ. ຕາມບົດລາຍງານແລ້ວ, ໝາກຜົນຂອງກອງປະຊຸມພັກຈະຕັດສິນທິດທາງນະໂຍບາຍພາຍໃນ, ນະໂຍບາຍການຕ່າງປະເທດ ໃນອຸນາຄົດ ແລະ ມີລັກສະນະບຸກທະລຸໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ໃນ 5 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ