ສະ​ຖາ​ບັນ​ການ​ເມືອງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮັບ​ນາມ​ມະ​ຍົດ ວິ​ລະ​ຊົນ​ປະ​ກອບ​ອາ​ວຸດ ປະ​ຊາ​ຊົນໄລ​ຍະປ່ຽນ​ແປງ​ໃໝ່

(VOVWORLD) -ວັນທີ 25 ຕຸລາ, ສະຖາບັນການເມືອງ, ກະຊວງປ້ອງກັນປະເທດ ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (ວັນທີ 25 ຕຸລາ 1951 – 25 ຕຸລາ 2021) ແລະ ຕ້ອນຮັບນາມມະຍົດວິລະຊົນປະກອບອາວຸດ ປະຊາຊົນ ໄລຍະປ່ຽນແປງໃໝ່.
ສະ​ຖາ​ບັນ​ການ​ເມືອງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮັບ​ນາມ​ມະ​ຍົດ ວິ​ລະ​ຊົນ​ປະ​ກອບ​ອາ​ວຸດ ປະ​ຊາ​ຊົນໄລ​ຍະປ່ຽນ​ແປງ​ໃໝ່ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ມອບນາມມະຍົດວິລະຊົນປະກອບອາວຸດ ໃຫ້ແກ່ ສະຖາບັນການເມືອງ (ພາບ: VGP)

 ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ: ສະຖາບັນຍາມໃດກໍ່ສະແດງໃຫ້ເຫັນແມ່ນ “ອົງການ” ອັນໝັ້ນແກ່ນໃນການຕໍ່ສູ້, ປົກປັກຮັກສາ ພື້ນຖານແນວຄິດຂອງພັກ, ເຮັດໃຫ້ ບັນດາກົນອຸບາຍ, ເລ່ຫລ່ຽມຂອງກຳລັງທີ່ເປັນປໍລະປັກ ໃນແນວຮົບດ້ານແນວຄິດການເມືອງປະລາໄຊ, ສະເໜີ ຂໍ້ອ້າງອີງວິທະຍາສາດຫຼາຍຂໍ້ ກ່ຽວກັບການກຳນົດທິດເສັ້ນທາງ ກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ, ປະກອບສ່ວນຊ່ວຍ ພັກ, ລັດ ມີບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ນຳປະເທດຊາດ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ບັນລຸໄດ້ບັນດາຜົນງານຄືນໃນປັດຈຸບັນ. ທ່ານ ຟ້າມບິງມິງ ເຊື່ອໝັ້ນວ່າ ສະຖາບັນການເມືອງ ຈະສືບຕໍ່ບຳລຸງສ້າງ ພະນັກງານການເມືອງ ແລະ ຄົ້ນຄ້ວາວິທະຍາສາດ ສັງຄົມ, ມະນຸດສາດ ການທະຫານໃຫຍ່ຂອງ ກອງທັບ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ