ສະຖາບັນການເມືອງແຫ່ງຊາດ2ປະເທດຫວຽດນາມ-ລາວແລກປ່ຽນບົດຮຽນ

ສະຖາບັນການເມືອງແຫ່ງຊາດ2ປະເທດຫວຽດນາມ-ລາວແລກປ່ຽນບົດຮຽນ - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ

(vovworld) - ວັນ​ທີ 9/12, ທີ່​ນະຄອນຫຼວງ​ວຽງ​ຈັນ ປະ​ເທດ​ລາວ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ ໂຮ່ຈິ​ມິນ ​ແລະ ສາ​ຖະບັນ​ການ​ເມືອງ​ ການປົກຄອງ​ແຫ່ງ​ຊາດລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ: “ທັດສະ ນະ​ຂອງ​ພັກ​ກອມ​ມູນ​ນິດ ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ກ່ຽວ​ກັບ​ການ​ສຶກສາ, ການບຳລຸງ​ສ້າງ​ພະນັກງານ​ການ​ນຳ ​ແລະ ​ຄຸ້ມ​ຄອງ​​ໄລຍະ​ປະຈຸ​ບັນ”. ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໂດຍ​ທ່ານ ​ຕ້າງ​ອກ​ເຕິນ, ຜູ້ອຳນວຍການ​ສະ​ຖາ​ບັນ​ ນຳ​ໜ້າ. ຄະນະ​ຜູ້​ແທນ​ລາວ ​ໂດຍ​ທ່ານ ທອງສາລິດ ມັງໜໍ່ເມກ, ຜູ້ອຳນວຍການສະ​ຖາ​ບັນ​ການ​ເມືອງ​ ການປົກຄອງ​ແຫ່ງ​ຊາດ​ລາວ ນຳ​ໜ້າ, ພ້ອມ​ກັບ​ຜູ້ຕາງໜ້າ​ການ​ນຳ​ບັນດາ​ຄະນະ​ພັກ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ນັກວິທະຍາສາດ​ລາວ. ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີກໍ່​ຄືພຶດຕິ​ກຳ​ຕົວ​ຈິງວຽກ​ງານການ​ສຶກສາ, ການບຳລຸງ​ສ້າງ​ພະນັກງານ​ການ​ນຳ, ການຄຸ້ມ​ຄອງຂອງ​ຫວຽດນາມ ​ແລະ ລາວ ​ໃນ​ສະພາບ​ການ​ປະຈຸ​ບັນ​ຄື: ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ວຽກ​ງານ​ພະນັກງານ ​ແລະ ການສຶກສາ, ການບຳລຸງ​ສ້າງ​ພະນັກງານ​ໃນ​ໄລຍະ​ປະຕິວັດ​ປະຈຸ​ບັນ; ທັດສະນະ, ​​ແນວທາງ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ລາວ ກ່ຽວ​ກັບ​ຖັນ​ແຖວ​ພະນັກງານ​ການ​ນຳ; ບາງ​ບັນຫາ​ພື້ນຖານ ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ສ້າງ​ພະນັກງານ​ການ​ນຳ​, ການຄຸ້ມ​ຄອງຈາກ​ບົດຮຽນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

 

 


ຂ່າວ/ບົດ​ອື່ນ