ສະຖາບັນຄົ້ນຄວ້າLowyຕີລາຄາສູງວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ຂອງຫວຽດນາມ

(VOVWORLD) -ສະຖາບັນຄົ້ນຄ້ວາ Lowy ຂອງ ອົດສະຕາລີ ຫາກໍ່ລົງບົດຂຽນກ່ຽວກັບພື້ນຖານເສດຖະກິດຫວຽດນາມ ໃນວິວັດການສ້າງໂຄງປະກອບຄືນໃຫມ່, 
ສະຖາບັນຄົ້ນຄວ້າLowyຕີລາຄາສູງວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ຂອງຫວຽດນາມ - ảnh 1 ພາບປະກອບ

ໃນນັ້ນ ເນັ້ນຫນັກເຖິງເລື່ອງຫວຽດນາມ ໝູນໃຊ້ບັນດາລະບອບນະໂຍບາຍການຕະຫລາດ ຢ່າງລະມັດລະວັງ ແລະ ຕາມຂັ້ນຕອນ ຊື່ງໄດ້ນຳມາໃຫ້ຜົນງານດ້ານເສດຖະກິດເຕັມໄປດ້ວຍຄວາມປະທັບໃຈໃນ 2 ທົດສະວັດຜ່ານມາ. ຕາມບົດຂຽນແລ້ວ, ໃນທົດສະວັດຜ່ານມາ ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງເລື່ອງລາວເສດຖະກິດອັນດູດດື່ມກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມບໍ່ແມ່ນພື້ນຖານເສດຖະກິດໃຫຍ່ກວ່າໝູ່ຢູ່ພາກພື້ນ ຫລື ມີລະດັບການເຕີບໂຕໄວກວ່າໝູ່ເທົ່ານັ້ນ ຫາກຍ້ອນກິດຈະການສ້າງໂຄງປະກອບເສດຖະກິດຄືນໃຫມ່ໄດ້ນຳມາເຊິ່ງຜົນງານຫລາຍຢ່າງເປັນຫນ້າປະທັບໃຈກ່ຽວກັບດ້ານຊັບສິນ, ການຄ້າ ແລະ ການລົງທຶນ. ບົດຂຽນໄດ້ເນັ້ນຫນັກວ່າ: ການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກໄດ້ນຳມາໃຫ້ຫວຽດນາມບັນດາຜົນປະໂຫຍດເຕັມໄປດ້ວຍຄວາມປະທັບໃຈກ່ຽວກັບຊັບສິນ, ການຄ້າ ແລະ ການລົງທຶນ ແຕ່ກໍ່ນຳມາເຊິ່ງບັນດາສິ່ງທ້າທາຍໃຫມ່. ນອກນັ້ນ ສະຖຽນລະພາບດ້ານການເມືອງ, ຄ່າແຮງງານຕ່ຳ, ບັນດາເງື່ອນໄຂບຸລິມະສິດກ່ຽວກັບພາສີ ແລະ ການລົງທຶນພ້ອມກັບບັນດາສັນຍາການຄ້າເສລີ ໄດ້ເຮັດໃຫ້ ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງປະເທດສົ່ງອອກທີ່ມີຄວາມດູດດື່ມສຳລັບບັນດາຕະຫລາດພັດທະນາກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ