ສະຖາບັນເລືອດສາດແລະສົ່ງເລືອດສູນກາງຮັບນາມມະຍົດວິລະຊົນແຮງງານ

ສະຖາບັນເລືອດສາດແລະສົ່ງເລືອດສູນກາງຮັບນາມມະຍົດວິລະຊົນແຮງງານ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ມອບ​ນາມມະຍົດ
​ວິລະ​ຊົນ​ແຮງ​ງານ​ໃຫ້ໝູ່​ຄະນະ​ສະ​ຖາ​ບັນ​ເລືອດ​ສາດ-ສົ່ງ​ເລືອດ​ສູນ​ກາງ)


(vovworld) – ​ ວັນ​ທີ 27/12, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ເລືອດ​ສາດ - ສົ່ງ​ເລືອດ​ສູນ​ກາງ (ກະຊວງ​ສາທາລະນະ​ສຸກ) ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 31 ປີ​ແຫ່ງວັນ​ສ້າງ​ຕັ້ງຂອງ​ຕົນ (31/12/1984 – 31/12/2015). ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້ໝູ່​ຄະນະ​ສະ​ຖາ​ບັນ​ເລືອດ​ສາດ - ສົ່ງ​ເລືອດ​ສູນ​ກາງ; ມອບຫລຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້ສາດສະດາຈານ - ດຣ ຫງວຽນ​ແອ​ງຈີ໋, ຫົວໜ້າ​ສະ​ຖາ​ບັນ​ເລືອດ​ສາດ - ສົ່ງ​ເລືອດ​ສູນ​ກາງ.

        ພາຍຫລັງ 31 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ສະ​ຖາ​ບັນ​​ເລືອດ​ສາດ - ສົ່ງ​ເລືອດ​ສູນ​ກາງ ​ໄດ້​ກາຍ​ເປັນ​ສະ​ຖາ​ບັນ​ລົງ​ເລິກ​ຂະ​ແໜງ​ເລືອດ​ສາດ - ສົ່ງ​ເລືອດ​ຊັ້ນ​ນຳໃນ​ທົ່ວ​ປະ​ເທດ. ບໍ່​ພຽງ​ແຕ່​ຮັບປະກັນ​ແຫຼ່ງ​ເລືອດປິ່ນປົວ​ພະຍາດ​ຢູ່​ເຂດຕົວ​ເມືອງ​ເທົ່າ​ນັ້ນຫາກ​ຍັງ​ຮັບປະກັນ​ເລືອດ​ໃຫ້​ເຂດຫາງ​ໄກ​ສອກ​ຫລີກ, ​ເຂດຊາຍ​ແດນ, ທະ​ເລ​ໝູ່​ເກາະ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ