ສະພາກາແດງຫວຽດນາມແລະລາວເພີ່ມທະວີການຮ່ວມມື

ສະພາກາແດງຫວຽດນາມແລະລາວເພີ່ມທະວີການຮ່ວມມື - ảnh 1
ທ່ານນາງ ເຈິ່ນ​ທິ​ຮົ່ງ​ອານ ແລະ ທ່ານ ອາ​ຊາງ ລາວ​ລີ
(ພາບ: Hoàng Chương/Vietnam+)

(vovworld)-​ ໃນຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ນະ​ຄອນຫຼວງ ວຽງ​ຈັນ-ລາວ ແຕ່ ວັນ​ທີ 4-8/8, ຕອນບ່າຍ​ວັນ​ທີ 5/8, ຄະ​ນະ​ຜູ້​ແທນ​ສູນ​ກາງ ສະ​ພາ​ກາ​ແດງ​ຫວຽດ​ນາມ ໂດຍ ທ່ານນາງ ເຈິ່ນ​ທິ​ຮົ່ງ​ອານ, ຮອງ​ປະ​ທານ​ເປັນ​ຫົວ​ໜ້າຄະ​ນະ, ໄດ້​ມີ​ການ​ພົບ​ປະ​​ກັບ ທ່ານ ອາ​ຊາງ ລາວ​ລີ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ . ໃນ​ການ​ພົບ​ປະ​, ສອງ​ຝ່າຍ​ໄດ້​ຮັບ​ຮູ້​ໝາກ​ຜົນ, ຂອງ​ການ​ຮ່ວມ​ມື​ທີ່​ບັນ​ລຸ້​ໄດ້, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜ​າ ໂດຍ​ສະ​ເພາະ​​ແມ່ນ​ການ​ເພີ່ມ​ທະ​ວີການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ, ແບ່ງ​ປັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ມະ​ນຸດ​ສະ​ທຳ, ການກວດ​ ແລະ ປິ່ນ​ປົ່ວ​ພະ​ຍາດ, ມອບ​ຂອງ​ຂັວນ​ໃນ​ບຸນ​ປີ​ໃໝ່ ໃຫ້​ຄົນ​ທຸກ​ຍາກ, ໜູນຊ່ວຍ,​​ຢ້ຽມ​ຢາມ​ຖາມ​ຂ່າວ​ຜູ້​ທີ່​ປະ​ສົບ​ກັບໄພ​ທຳ​ມະ​ຊາດ, ຍົກ​ສູງ​ຄວາມ​ສາ​ມາດຂອງພະ​ນັກ​ງານ, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ແຮກ​ສ່ຽວ​ ລະ​ຫວ່າງ ສະ​ພາ​ກາ​ແດງ ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ອາ​ຊາງ ລາວ​ລີ ປາດ​ຖະ​ໜາວ່າ ໃນ​​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ ແລະ ລາວ , ຕ້ອງ​ມີ​ກົນ​ໄກແລກ​ປ່ຽນ​ໜູນ​ຊ່ວຍ, ຝຶກ​ອົບ​ຮົມ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ, ເພີ່ມ​ທະ​ວີ​ແລກ​ປ່ຽນ​ບົດ​ຮຽນ​ກ່​ຽວ​ກັບ​ບັນ​ດາ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ໂດຍ​ສະ​ເພາະແມ່ນ​ຢູ່​ບັນ​ດາ​ແຂວງ​ທີ່​ມີ​ຊາຍ​ແດນຮ່ວມ​ກັນ, ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ເບິ່ງ​ແຍງ​ດູ​ແລສຸ​ຂະ​ພາບ​​ແຕ່​ເບື້ອງ​ຕົ້ນຢ່າງ​ດີ, ປະ​ກອບ​ສ່ວນ​ເພີ່ມ​​ພູນ​ຄູນ​ສ້າງສາຍ​ພົວ​ພັນ​ແບບ​ພິ​ເສດ ແລະ ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ລາວ-ຫວຽດ​ນາມ​ໃຫ້​ນັບ​ມື້​ນັບ​​ແທດ​ຈິງ, ແໜ້ນ​ແຟ້ນ ແລະ ໝັ້ນ​ຄົງ.




ຂ່າວ/ບົດ​ອື່ນ