ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດຍິງທົດລອງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ

(VOVWORLD) - ວັນທີ 16 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ສິ້ນສຸດກອງປະຊຸມດ່ວນກ່ຽວກັບເຫດຍິງທົດລອງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ. 15 ປະເທດສະມາຊິກ ໄດ້ອອກຖະແຫຼງການຮ່ວມ ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ເຂົາເຈົ້າຖືວ່າ “ມີລັກສະນະຍຸຍົງສົ່ງເສີມຢ່າງໜັກ” ນີ້ ແລະ ສະເໜີໃຫ້ ສປປ ເກົາຫຼີ ຢຸດຕິບັນດາການກະທຳນີ້ໃນທັນທີ.
ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດຍິງທົດລອງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ - ảnh 1 ກອງປະຊຸມຂອງ ສປຊ

ໃນການໂອ້ລົມທາງໂທລະສັບເມື່ອວັນທີ 15 ກັນຍາ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ຝຣັ່ງ Emmanuel Macron  ໄດ້ຕຳນິຕິຕຽນເຫດຍິງທົດລອງລູກສອນໄຟຄັ້ງຫຼ້າສຸດໃນວັນດຽວກັນຂອງ ສປປ ເກົາຫຼີ. ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນເຊື່ອມຕໍ່ບັນດາການເຈລະຈາໂດຍກົງຄືນໃໝ່ກັບ ສປປ ເກົາຫຼີ ແມ່ນມາດຕະການໜຶ່ງດຽວ ເພື່ອແກ້ໄຂບັນດາຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ພຽງຢາງ. ການນຳ 2 ທ່ານໄດ້ຊີ້ແຈ້ງວ່າ: ບໍ່ປະໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ ແລະ ວິກິດການນີ້ຕ້ອງໄດ້ຮັບການແກ້ໄຂຜ່ານບັນດາມາດຕະການທາງການທູດ ແລະ ການເມືອງ. ນອກນັ້ນ, ປະທານາທິບໍດີ 2 ທ່ານ ກໍ່ກ່າວເຕືອນວ່າ ສະພາບການໃນແຫຼມ ເກົາຫຼີ ມີໄພຈະພາໄປເຖິງຜົນຮ້າຍທີ່ບໍ່ສາມາດທົດແທນໄດ້. ແລະກໍ່ໃນວັນດຽວກັນ, ທ່ານ         Robert Wood, ເອກອັກຄະລັດຖະທູດ ອາເມລິກາ ຮັບຜິດຊອບບັນຫາຫລຸດຜ່ອນກຳລັງທະຫານຢູ່ ສປຊ ໃຫ້ຮູ້ວ່າ: ອາເມລິກາ ຢາກນຳໃຊ້ບັນດາມາດຕະການທາງການທູດໃນການແກ້ໄຂບັນຫານິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ. ເມື່ອຕອບສຳພາດຕໍ່ວົງການນັກຂ່າວກ່ຽວກັບກໍລະນີຈະເກີດສົງຄາມ ຫຼື ການບຸກໂຈມຕີດ້ານການທະຫານ, ທ່ານ Wood ໄດ້ຊີ້ແຈ້ງວ່າ ອາເມລິກາ ບໍ່ເວັ້ນເສຍບໍ່ວ່າກໍລະນີໃດ ແຕ່ປະຈຸບັນ ວໍຊິງຕັນ ຈະເດີນຕາມເສັ້ນທາງການທູດ. ໃນຂະນະນັ້ນ, ໃນວັນດຽວກັນ, ສປປ ເກົາຫຼີ ໄດ້ກ່າວຫາ ອາເມລິກາ ວ່າໄດ້ສ້າງແຜນການຜັນຂະຫຍາຍບັນດາອາວຸດນິວເຄຼຍຍຸດໂທບາຍຢູ່ ສ ເກົາຫຼີ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ