ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາ​ກາບ​ຢູ່ ເຢ​ແມນ ແລະ ໄຮ​ຕີ

(VOVWORLD) -ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມຮ່ວມມືກັບທູດພິເສດຄົນໃໝ່ຂອງ ເລຂາທິການໃຫຍ່ ສປຊ, ບັນດາຄູ່ຮ່ວມມືໃນພາກພື້ນ ແລະ ປະຊາຄົມສາກົນ ມຸ່ງໄປເຖິງເລື່ອງຕົກລົງຂໍ້ສະເໜີສັນຕິພາບໃຫ້ແກ່ ເຢແມນໂດຍ ສປຊ ນຳພາ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາ​ກາບ​ຢູ່ ເຢ​ແມນ ແລະ ໄຮ​ຕີ - ảnh 1ກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ ຂອງ ສະພາຄວາມໝັ້ນຄົງ ສປຊ

ວັນທີ 23 ສິງຫາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງເລື່ອງເພີ່ມທະວີການທະຫານ ແມ່ນໜຶ່ງໃນບັນດາສິ່ງກີດຂວາງໃຫຍ່ທີ່ສຸດຕໍ່ວິວັດການສ້າງສັນຕິພາບຢູ່ປະເທດນີ້. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມຮ່ວມມືກັບທູດພິເສດຄົນໃໝ່ຂອງ ເລຂາທິການໃຫຍ່ ສປຊ, ບັນດາຄູ່ຮ່ວມມືໃນພາກພື້ນ ແລະ ປະຊາຄົມສາກົນ ມຸ່ງໄປເຖິງເລື່ອງຕົກລົງຂໍ້ສະເໜີສັນຕິພາບໃຫ້ແກ່ ເຢແມນໂດຍ ສປຊ ນຳພາ. ທ່ານເອກອັກຄະລັດທະທູດ ຮຽກຮ້ອງຕ້ອງເຄົາລົບກົດໝາຍມະນຸດສະທຳສາກົນ ແລະ ປະຕິບັດມະຕິເລກທີ 2573 ໃນນັ້ນມີການປົກປ້ອງພື້ນຖານໂຄງລ່າງພົນລະເຮືອນ, ສະໜັບສະໜູນຄຳຮຽກຮ້ອງຂອງກອງທຶນເພື່ອເດັກ ສປຊ (UNICEF) ກ່ຽວກັບການປະຕິບັດສິດທິເດັກ ທີ່ໄດ້ມາໂຮງຮຽນ ແລະ ພ້ອມກັນຮ່ວມມືເພື່ອບັນລຸໄດ້ສັນຕິພາບແບບຍືນຍົງ ແລະ ກວມລວມຢູ່ເຢແມນ.

ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືກ່ຽວກັບສະພາບການໄຮຕີ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມສາມັກຄີຂອງ ຫວຽດນາມ ກັບໄຮຕີ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ