ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ເຂດຕາເວັນຕົກແມ່ນ້ຳຈໍ້ແດນ

(VOVWORLD) - ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 2 ເດືອນນັບແຕ່ເມື່ອທ່ານ Benjamin Netanyahu ກັບຄືນກຳອຳນາກເປັນນາຍົກລັດຖະມົນຕີ ອິດສະຣາແອນ...
ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ເຂດຕາເວັນຕົກແມ່ນ້ຳຈໍ້ແດນ - ảnh 1ຊາວ ປາແລດສະຕິນ ຮັບບາດເຈັບໃນການປະທະກັນ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 28 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລື ກ່ຽວກັບບັນດາການຜັນແປການໃຊ້ຄວາມຮຸນແຮງໃນໄລຍະມໍ່ມານີ້ຢູ່ເຂດຕາເວັນຕົກແມ່ນ້ຳຈໍ້ແດນ. ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 2 ເດືອນນັບແຕ່ເມື່ອທ່ານ Benjamin Netanyahu ກັບຄືນກຳອຳນາດເປັນນາຍົກລັດຖະມົນຕີ ອິດສະຣາແອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມດ່ວນກ່ຽວກັບສະພາບຄວາມເຄັ່ງຕຶງປີນຂັ້ນໄດ ຢູ່ເຂດຕາເວັນຕົກແມ່ນ້ຳຈໍ້ແດນ. ຄາດວ່າ, ກອງປະຊຸມຈະດຳເນີນດ້ວຍລັກສະນະປິດລັບ, ໃນນັ້ນມີການເຂົ້າຮ່ວມຂອງ ທ່ານ Tor Wennesland, ທູດພິເສດຂອງ ສປຊ ກ່ຽວກັບຕາເວັນອອກກາງ. ກອງປະຊຸມໄດ້ຈັດຂຶ້ນຕາມຂໍ້ສະເໜີຂອງ ສະຫະລັດ ອາຣັບ ເອມີເລັດ (UAE) - ເຊິ່ງເປັນຕາງໜ້າຂອງສະຫະພາບ ອາຣັບ (AL) ປະຈຳ ສະພາຄວາມໝັ້ນຄົງ ສປຊ ແລະ ຕອບສະໜອງຕາມຄຳຮຽກຮ້ອງຂອງ ຄະນະນັກການທູດຂອງລັດຖະບານ ປາແລດສະຕິນ (PA) ປະຈຳ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ