ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ຄວາມ​ສ່ຽງ​ຈາກ AI ຄັ້ງ​ທຳ​ອິດຢ່າງ​ເປັນ​ທາງ​ການ

(VOVWORLD) - ອັງກິດ ໄດ້ຮຽກຮ້ອງດຳເນີນການເຈລະຈາສາກົນກ່ຽວກັບຜົນກະທົບຂອງ AI ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ. 

ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບປັນຍາປະດິດ (AI) ຄັ້ງທຳອິດຢ່າງເປັນທາງການ ໃນອາທິດນີ້ ຢູ່ນະຄອນນິວຢອກ, ອາເມລິກາ. ຄາດວ່າ, ກອງປະຊຸມປຶກສາຫາລືຈະດຳເນີນໃນວັນທີ 18  ກໍລະກົດ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly.

        ໃນເດືອນນີ້, ອັງກິດ ພວມດຳເນີນໜ້າທີ່ເປັນປະທານໝູນວຽນຂອງ ສະພາຄວາມໝັ້ນຄົງ ສປຊ. ອັງກິດ ພວມຊອກຫາບົດບາດນຳພາທົ່ວໂລກໃນການປະກາດໃຊ້ບັນດາຂໍ້ກຳນົດຄຸ້ມຄອງ AI. ອັງກິດ ໄດ້ຮຽກຮ້ອງດຳເນີນການເຈລະຈາສາກົນກ່ຽວກັບຜົນກະທົບຂອງ AI ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ. ລັດຖະບານໃນໂລກຫຼາຍທ່ານ ພວມພິຈາລະນາວິທີການຫຼຸດຜ່ອນຄວາມສ່ຽງຂອງເຕັກໂນໂລຢີ AI ລຸ້ນໃໝ່, ເຊິ່ງອາດຈະເປັນປັດໄຈກຳນົດຄືນພື້ນຖານເສດຖະກິດທົ່ວໂລກ ແລະ ປ່ຽນແປງສະພາບການຄວາມໝັ້ນຄົງສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ