ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສືບສວນອາວຸດຊີວະສາດຢູ່ ຢູແກຼນ

(VOVWORLD) - ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສ້າງຕັ້ງກຸ່ມສືບສວນບັນດາຂໍ້ກ່າວຫາທີ່ວ່າ: ອາເມລິກາ ແລະ ຢູແກຼນ ມີໂຄງການອາວຸດຊີວະສາດຢູ່ ຢູແກຼນ.
ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສືບສວນອາວຸດຊີວະສາດຢູ່ ຢູແກຼນ - ảnh 1ວາລະປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ:Reuters)

ວັນທີ 2 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສ້າງຕັ້ງກຸ່ມສືບສວນບັນດາຂໍ້ກ່າວຫາທີ່ວ່າ: ອາເມລິກາ ແລະ ຢູແກຼນ ມີໂຄງການອາວຸດຊີວະສາດຢູ່ ຢູແກຼນ. ລັດເຊຍ ແລະ ຈີນ ໄດ້ປ່ອນບັດສະໜັບສະໜູນຮ່າງມະຕິໃນຂະນະທີ່ 3 ປະເທດສະມາຊິກບໍ່ເປັນທາງການອື່ນແມ່ນ: ອາເມລິກາ, ອັງກິດ ແລະ ຝລັ່ງ ໄດ້ປ່ອນບັດຄັດຄ້ານ. 10 ປະເທດສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດຂາວ.

        ລັດເຊຍ ໄດ້ຊີ້ແຈ້ງຫຼາຍເທື່ອເຖິງບັນຫາອາວຸດຊີວະສາດ ແລະ ເຄມີຢູ່ ຢູແກຼນ ທີ່ກອງປະຊຸມຂອງສະພາແຄວາມໝັ້ນຄົງນັບແຕ່ເມື່ອປະເທດນີ້ປຸກລະດົມບັ້ນຮົບການກະທານພິເສດຢູ່ ຢູແກຼນ. ອາເມລິກາ ແລະ ຢູແກຼນ ລ້ວນແຕ່ຄັດຄ້ານບັນດາຄຳກ່າວຫາຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ