ສະພາຄວາມໝັ້ນຄົງ​ ສປຊ ປຶກສາ​ຫາລື​ກ່ຽວກັບ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ການ​ທູດ​​ປ້ອງ​ກັນ​ເຫດ ຂອງ ສປຊ ຢູ່ ອາຊີ​ກາງ

(VOVWORLD) - ວັນທີ 6 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍປຶກສາຫາລືປະຈໍາໄລຍະກ່ຽວກັບການເຄື່ອນໄຫວຂອງສູນການທູດປ້ອງກັນເຫດຂອງ ສປຊ ຢູ່ ອາຊີກາງ (UNRCCA). 
ສະພາຄວາມໝັ້ນຄົງ​ ສປຊ ປຶກສາ​ຫາລື​ກ່ຽວກັບ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ການ​ທູດ​​ປ້ອງ​ກັນ​ເຫດ ຂອງ ສປຊ ຢູ່ ອາຊີ​ກາງ - ảnh 1 ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມກອງປະຊຸມອອນລາຍ (ພາບ: TTXVN) 

       ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາ ສປຊ ໄດ້ຕີລາຄາສູງການເຄື່ອນໄຫວຂອງ ສູນການທູດປ້ອງກັນເຫດ ຂອງ ສປຊ ຢູ່ ອາຊີກາງ, ຖືນີ້ແມ່ນແບບຢ່າງຕັ້ງໜ້າຂອງ ສປຊ ໃນການຊຸກຍູ້ການທູູດປ້ອງກັນເຫດໃນພາກພື້ນ; ຕີລາຄາສູງຕໍ່ຄວາມຄືບໜ້າຕ່າງໆກ່ຽວກັບການປ້ອງກັນຄວາມສະຫງົບ, ເສດຖະກິດ, ສັງຄົມ ຢູ່ບັນດາປະເທດ ອາຊີກາງ, ພ້ອມທັງແບ່ງປັນຄວາມວິຕົກກັງວົນກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ - 19 ສໍາລັບບັນດາປະເທດນີ້. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ມີຄວາມປາດຖະໜາວ່າ ສູນການທູດປ້ອງກັນເຫດ ຈະສືບຕໍ່ໜູນຊ່ວຍບັນດາປະເທດ ອາຊີກາງ ໃນການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າຂ້າມຊາຍແດນ ກໍຄືເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ຍົກສູງບົດບາດຂອງຊາວໜຸ່ມ ແລະ ແມ່ຍິງ. ທ່ານກໍຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ສູນການທູດປ້ອງກັນເຫດໃນການຊຸກຍູ້ການຮ່ວມມືກັບ ອາບການິດສະຖານ ແລະ ບັນດາອົງການຈັດຕັ້ງໃນພາກພື້ນທີ່ມີສ່ວນກ່ຽວຂ້ອງ, ຜ່ານນັ້ນກໍ່ປະກອບສ່ວນລວມເຂົ້າໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ອາຊີກາງ ແລະ ອາບການິດສະຖານ.  

ນັກຂ່າວ VOV ປະຈໍາ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ