ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືປະຈຳໄລຍະກ່ຽວກັບສະພາບການຢູ່ອາຟະລິກາກາງໃນ 6 ເດືອນຕົ້ນປີ 2021

(VOVWORLD) -ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືຕື່ມອີກກ່ຽວກັບສະພາບການຫວ່າງມໍ່ໆມານີ້ຢູ່ສ.ອາຟະລິກາກາງ ແລະ ບັນດາສິ່ງທ້າທາຍໃໝ່ທີ່ມີຕໍ່ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ (MINUSCA).
ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືປະຈຳໄລຍະກ່ຽວກັບສະພາບການຢູ່ອາຟະລິກາກາງໃນ 6 ເດືອນຕົ້ນປີ 2021 - ảnh 1(ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ)

ວັນທີ 07 ມິຖຸນາ (ຕາມເວລາ ນິວຢອກ) ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປະຈຳໄລຍະ 6 ເດືອນ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ອາຟະລິກາກາງ ແລະ ການເຄື່ອນໄຫວຂອງຫ້ອງການສະຫະປະຊາຊາດຢູ່ເຂດນີ້ (UNOCA). ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແກ້ໄຂບັນດາສາຍເຫດທີ່ພາໄປເຖິງສະພາບຂາດຄວາມສະຖຽນລະພາບໃຫ້ເຖິງກົກເຖິງຮາກໂດຍຜ່ານມາດຕະການຮອບດ້ານ, ລວມທັງການເພີ່ມທະວີການຮ່ວມມື; ສືບຕໍ່ເພີ່ມທະວີການຮ່ວມມືຢູ່ພາກພື້ນ ແລະ ຮັກສາຄວາມເອົາໃຈໃສ່, ໜູນຊ່ວຍຂອງປະຊາຄົມສາກົນຢ່າງຕໍ່ເນື່ອງ.

ມ້ວນທ້າຍກອງປະຊຸມ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືຕື່ມອີກກ່ຽວກັບສະພາບການຫວ່າງມໍ່ໆມານີ້ຢູ່ສ.ອາຟະລິກາກາງ ແລະ ບັນດາສິ່ງທ້າທາຍໃໝ່ທີ່ມີຕໍ່ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ (MINUSCA). ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ໃຫ້ທຸກຝ່າຍຈົ່ງເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ປົກປ້ອງພົນລະເມືອງ ແລະ ຖືເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ພາລະກອນຮັກສາສັນຕິພາບສະຫະປະຊາຊາດ ແມ່ນບຸລິມະສິດ, ພ້ອມທັງຄວນສ້າງຄວາມສະດວກໃຫ້ແກ່ຄະນະປະຕິບັດງານເພື່ອປະຕິບັດສຳເລັດໜ້າທີ່ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ