ສະພາຄວາມໝັ້ນຄົງ ສປຊ ພິຈາລະນາຮ່າງມະຕິປະຕິເສດຄຳຕັດສິນຂອງ ອາເມລິກາ ກ່ຽວກັບ Jerusalem

(VOVWORLD) - ນີ້ແມ່ນຮ່າງມະຕິໂດຍ ອີຢີບ ຮຽບຮຽງ, ໃນນັ້ນ, ເນັ້ນໜັກເຖິງ Jerusalem ວ່າແມ່ນບັນຫາ “ຕ້ອງໄດ້ຮັບການແກ້ໄຂຜ່ານການເຈລະຈາ” ແລະ “ເປັນໜ້າເສຍດາຍກ່ຽວກັບບັນດາຄຳຕັດສິນຫວ່າງແລ້ວນີ້ກ່ຽວຂ້ອງເຖິງກົດລະບຽບຂອງ Jerusalem” 

ສະພາຄວາມໝັ້ນຄົງ ສປຊ ພິຈາລະນາຮ່າງມະຕິປະຕິເສດຄຳຕັດສິນຂອງ ອາເມລິກາ ກ່ຽວກັບ Jerusalem - ảnh 1 ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ

(ພາບ: AFP/TTXVN)

ສະພາຄວາມໝັ້ນຄົງ ສປຊ ພວມພິຈາລະນາຮ່າງມະຕິປະຕິເສດຜົນສັກສິດດ້ານນິຕິກຳຂອງທຸກໆການປ່ຽນແປງສຳລັບກົດລະບຽບຂອງ Jerusalem, ພາຍຫຼັງຄຳຕັດສິນຂອງ ອາເມລິກາ ຮັບຮອງເອົານະຄອນນີ້ແມ່ນນະຄອນຫຼວງ ຂອງ ອິດສະຣາແອນ. ນີ້ແມ່ນຮ່າງມະຕິໂດຍ ອີຢີບ ຮຽບຮຽງ, ໃນນັ້ນ, ເນັ້ນໜັກເຖິງ Jerusalem ວ່າແມ່ນບັນຫາ “ຕ້ອງໄດ້ຮັບການແກ້ໄຂຜ່ານການເຈລະຈາ” ແລະ “ເປັນໜ້າເສຍດາຍກ່ຽວກັບບັນດາຄຳຕັດສິນຫວ່າງແລ້ວນີ້ກ່ຽວຂ້ອງເຖິງກົດລະບຽບຂອງ Jerusalem” ແຕ່ບໍ່ເວົ້າລະອຽດກ່ຽວກັບການກະທຳຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ຮ່າງມະຕິຢັ້ງຢືນວ່າ “ບໍ່ວ່າຄຳຕັດສິນ ແລະ ການກະທຳໃດ ເພື່ອແນໃສ່ເຮັດໃຫ້ປ່ຽນແປງຈຸດພິເສດ, ກົດລະບຽບ ຫຼື ພາກສ່ວນຈຳນວນປະຊາກອນຂອງ Jerusalem ລ້ວນແຕ່ບໍ່ມີຜົນສັກສິດດ້ານນິຕິກຳ, ບໍ່ມີຄຸນຄ່າ ແລະ ຕ້ອງຖືກຍົກເລີກ”. ຮ່າງມະຕິກໍ່ຮຽກຮ້ອງໃຫ້ບັນດາປະເທດບໍ່ສ້າງຕັ້ງບັນດາຄະນະທູຕານຸທູດຢູ່ Jerusalem, ຕາມມະຕິເລກທີ 478  (1980) ຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ບໍ່ຮັບຮູ້ບໍ່ວ່າການກະທຳໃດ ຫຼື ມາດຕະການໃດໄປຝືນກັບບັນດາມະຕິກ່ຽວກັບກົດລະບຽບຂອງນະຄອນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ