ສະພາຄວາມໝັ້ນຄົງ ສປຊ ສະໜັບສະໜູນຄຳຮຽກຮ້ອງຢຸດຍິງທົ່ວໂລກ ເພື່ອຮັບມືກັບໂຄວິດ-19

(VOVWORLD) -  ວັນທີ 01 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮັບຮອງເອົາມະຕິສະໜັບສະໜູນຄຳຮຽກຮ້ອງຢຸດຍິງທົ່ວໂລກ ເພື່ອຮັບມືກັບໂຄວິດ-19 ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres.
ສະພາຄວາມໝັ້ນຄົງ ສປຊ ສະໜັບສະໜູນຄຳຮຽກຮ້ອງຢຸດຍິງທົ່ວໂລກ ເພື່ອຮັບມືກັບໂຄວິດ-19 - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: AP/vov.vn)

        ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຍົກອອກຄຳຮຽກຮ້ອງຢຸດຍິງທົ່ວໂລກໃນວັນທີ 23 ມີນາ, ແຕ່ບໍ່ໄດ້ຮັບການສະໜັບສະໜູນຈາກສະພາຄວາມໝັ້ນຄົງ ຍ້ອນຄວາມບໍ່ລົງລອຍກັນລະຫວ່າງ ອາເມລິກາ ແລະ ຈີນ, ແມ່ນ 2 ໃນຈຳນວນ 5 ປະເທດສະມາຊິກປະຈຳການຂອງສະພາຄວາມໝັ້ນຄົງ. ມະຕິສະບັບດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ເຂົ້າຮ່ວມການປະທະກັນດ້ວຍອາວຸດ ຢຸດຍິງໃນຮອບເວລາຢ່າງໜ້ອຍສຸດແມ່ນ 90 ວັນໃນທັນທີ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ.

 

ຕອບກັບ

ຂ່າວ/ບົດ​ອື່ນ