ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິກ່ຽວກັບການປົກປ້ອງພາລະກອນກູ້ໄພກູ້ຊີບ

(VOVWORLD) - ມະຕິຮຽກຮ້ອງບັນດາຝ່າຍໃນການປະທະກັນປະກອບອາວຸດຕ້ອງເຄົາລົບກົດໝາຍວ່າດ້ວຍສິດທິມະນຸດສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ, ໃນນັ້ນ ມີທັງພາລະໜ້າທີ່ກ່ຽວຂ້ອງເຖິງເລື່ອງເຄົາລົບ ແລະ ປົກປ້ອງພາລະກອນກູ້ໄພກູ້ຊີບມະນຸດສະທຳ, ພາລະກອນ ສປຊ ແລະ ບັນດາຜູ້ກ່ຽວຂ້ອງ.
ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິກ່ຽວກັບການປົກປ້ອງພາລະກອນກູ້ໄພກູ້ຊີບ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ໃນວັນທີ 24 ພຶດສະພາ
(ພາບ:ສຳນັກຂ່າວສານ ຫວຽດນາມ/TTXVN)

ວັນທີ 24 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິເລກທີ 2730, ໃນນັ້ນໄດ້ຮຽກຮ້ອງບັນດາປະເທດເຄົາລົບ ແລະ ປົກປ້ອງພາລະກອນກູ້ໄພກູ້ຊີບ, ພາລະກອນ ສປຊ ແລະ ບັນດາຜູ້ກ່ຽວຂ້ອງ.

        ມະຕິຮຽກຮ້ອງບັນດາຝ່າຍໃນການປະທະກັນປະກອບອາວຸດຕ້ອງເຄົາລົບກົດໝາຍວ່າດ້ວຍສິດທິມະນຸດສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ, ໃນນັ້ນ ມີທັງພາລະໜ້າທີ່ກ່ຽວຂ້ອງເຖິງເລື່ອງເຄົາລົບ ແລະ ປົກປ້ອງພາລະກອນກູ້ໄພກູ້ຊີບມະນຸດສະທຳ, ພາລະກອນ ສປຊ ແລະ ບັນດາຜູ້ກ່ຽວຂ້ອງ. ມະຕິຍັງໄດ້ຮຽກຮ້ອງໃຫ້ທຸກໆຝ່າຍປະທະກັນດ້ວຍອາວຸດຢຸດຕິໃນທັນທີ ແລະ ຢຸດຕິທຸກການກະທຳນຳໃຊ້ບັນດາວັດຖຸລະເບີດທີ່ລະເມີດກົດໝາຍວ່າດ້ວຍມະນຸດສະທຳສາກົນຢ່າງຊະຊາຍ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດບັນດາມາດຕະການເໝາະສົມເພື່ອຫລຸດຜ່ອນໄພອັນຕະລາຍນີ້ຢ່າງມີປະສິດທິຜົນທີ່ສຸດ.

        ຄຽງຄູ່ກັນນັ້ນ, ມະຕິກໍ່ຮຽກຮ້ອງບັນດາຝ່າຍປະທະກັນດ້ວຍອາວຸດເຄົາລົບບັນດາຫຼັກການຈຳແນກ, ທຽບເທົ່າ ແລະ ລະມັດລະວັງ ໃນການດຳເນີນບັນດາການເຄື່ອນໄຫວທີ່ເປັນປໍລະປັກ ແລະ ຈຳກັດການບຸກໂຈມຕີ, ທຳລາຍ, ຂະຈັດປັດເປົາບັນດາວັດຖຸທີ່ຂາດບໍ່ໄດ້ໃນຊີວິດຂອງສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ