ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິເພີ່ມທະວີການລົງໂທດ ສປປ ເກົາຫຼີ

(VOVWORLD) - ໝາກຜົນແມ່ນທັງໝົດ 15 ປະເທດ ສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປີດກ້ວາງບັນດາຄຳສັ່ງລົງໂທດເພື່ອເພີ່ມເຕີມ 18 ບຸກຄົນ ແລະ ອົງກອນຂອງ ສປປ ເກົາຫຼີ ເຂົ້າບັນຊີລາຍຊື່ເກືອດຫ້າມ ຂອງ ສປຊ. 

ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິເພີ່ມທະວີການລົງໂທດ ສປປ ເກົາຫຼີ - ảnh 1 ກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ວັນທີ 2 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດກ່ຽວກັບມະຕິໂດຍ ອາເມລິກາ ຮຽບຮຽງ, ຕາມນັ້ນແລ້ວ, ຈະເປີດກ້ວາງບັນດາຄຳສັ່ງລົງໂທດແນໃສ່ ສປປ ເກົາຫຼີ ເພື່ອມີປະຕິກິລິຍາຕໍ່ບັນດາເຫດທົດລອງລູກສອນໄຟຢ່າງຕໍ່ເນື່ອງຂອງປະເທດນີ້. ໝາກຜົນແມ່ນທັງໝົດ 15 ປະເທດ ສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປີດກ້ວາງບັນດາຄຳສັ່ງລົງໂທດເພື່ອເພີ່ມເຕີມ 18 ບຸກຄົນ ແລະ ອົງກອນຂອງ ສປປ ເກົາຫຼີ ເຂົ້າບັນຊີລາຍຊື່ເກືອດຫ້າມ ຂອງ ສປຊ. ໃນບັນດາບຸກຄົນໄດ້ເພີ່ມເຕີມເຂົ້າບັນຊີລາຍຊື່ມີທ່ານ Cho Il –U, ຜູ້ໄດ້ຮັບຖືວ່າແມ່ນຜູ້ຮັບຜິດຊອບບັນດາການເຄື່ອນໄຫວສືບລາຊະການລັບ ຂອງພຽງຢາງຢູ່ຕ່າງປະເທດ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຄົນອື່ນຂອງພັກແຮງງານ ສປປ ເກົາຫຼີ. ມະຕິເປີດກ້ວາງຄຳສັ່ງລົງໂທດໄດ້ຮັບຮອງເອົາພາຍຫຼັງກໍລະນີທົດລອງລູກສອນໄຟຄັ້ງຕ່າງໆຂອງ ສປປ ເກົາຫຼີ ໃນຊຸມເດືອນມໍ່ໆມານີ້. ບັນດາເຫດທົດລອງບັນລຸຜົນສຳເລັດໄດ້ສະແດງໃຫ້ເຫັນວ່າ ປະເທດນີ້ມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງໃນການພັດທະນາລູກສອນໄຟປະເພດຕ່າງໆ, ນັບທັງລູກສອນໄຟນຳວິຖີຂ້າມທະວີບ ຕິດຫົວນິວເຄຼຍ ສາມາດຍິງເຖິງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ