ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ລາຍ​ການ​ເຮັດ​ວຽກ​ເດືອນ​ເມ​ສາ

(VOVWORLD) -  ວັນທີ 1 ເມສາ, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ໄດ້ຮັບຮອງເອົາລາຍການເຮັດວຽກເດືອນເມສາ ດ້ວຍໂຄງການດຳເນີນງານ ລວມມີຫຼາຍບັນຫາຮ້ອນເຮັ່ງໃນທົ່ວໂລກຄື: ສະພາບການຢູ່ຊີຣີ, ເຢແມນ, ວິວັດການສັນຕິພາບຢູ່ຕາເວັນອອກກາງ, ບັນດາການຜັນແປອັນສັບສົນຢູ່ມາລີ, ຊູດັງ
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ລາຍ​ການ​ເຮັດ​ວຽກ​ເດືອນ​ເມ​ສາ - ảnh 1 ລາຍການເຮັດວຽກຂອງ ສະພາຄວາມໝັ້ນຄົງ ວັນທີ 11/3 (ພາບ:AFP/TTXVN)

      ນອກຈາກນັ້ນແລ້ວ, 10 ປະເທດ ສະມາຊິກ ສະພາຄວາມໝັ້ນຄົງ ໃນນັ້ນມີຫວຽດນາມ ກໍ່ຈະເປັນປະທານຮ່ວມການປະຊຸມບໍ່ເປັນທາງການ ກ່ຽວກັບການກະທົບຂອງການຜັນແປຂອງດິນຟ້າອາກາດຕໍ່ຄວາມໝັ້ນຄົງສາກົນ ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 22 ເມສາທີ່ຈະມາເຖິງ.

  ຍ້ອນໂລກລະບາດໂຄວິດ-19, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ໄດ້ເຫັນດີເປັນເອກະສັນວ່າ ໃນເດືອນເມສາ ຈະສືບຕໍ່ຈັດກອງປະຊຸມທາງອອນລາຍ ແລະ ບັນດານັກລາຍງານຈະເອົາເນື້ອໃນບົດລາຍງານຂອງຕົນລົງໃນ ເວັບ ໄຊຂອງ .

ຕອບກັບ

ຂ່າວ/ບົດ​ອື່ນ