ສະພາຄວາມໝັ້ນຄົງ ສ.ປ.ຊ ຮຽກຮ້ອງຕວກກີ ແລະ ຊີຣີ ຈົ່ງລະງັບໃຈ

ສະພາຄວາມໝັ້ນຄົງ ສ.ປ.ຊ ຮຽກຮ້ອງຕວກກີ ແລະ ຊີຣີ ຈົ່ງລະງັບໃຈ - ảnh 1

ເທດສະບານເມືອງ Akcakale ພາຍຫຼັງຖືກຍິງ​ປືນ​ໃຫຍ່. (ພາບ: AFP)

Vovworld- ວັນ​ທີ 4/10, ບັນດາ​ປະ​ເທດ​ກຳມະການ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ​ໄດ້​ເປັນ​ເອກະສັນ​ກັນ​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່າວ​ປະນາມ​ກໍລະນີ ກອງທັບ​ຊີຣີ ຍິງ​ປືນ​ໃຫຍ່​ໃສ່​ເທດສະບານ​ເມືອງ​ແຫ່ງ​ໜຶ່ງ​ຂອງ​ຕວກກີ ອັນ​ໄດ້​ເຮັດ​ໃຫ້ 5 ຄົນຖືກ​ເສຍ​ຊີວິດ. ຖະ​ແຫຼ​ງການ​ຍັງ​ຮຽກຮ້ອງ​ໃຫ້ອຳນາດ​ການ​ປົກຄອງ Ancara ​ແລະ Damascus ຈົ່ງລະງັບໃຈ, ບໍ່ປະໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ. ໂດຍຕາງໜ້າໃຫ້ 15 ປະເທດ ກຳມະການ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ , ທ່ານ Gert Rosenthal ເອກ​ອັກຄະ​ລັດຖະທູດ​ Guatemala ຊຶ່ງ​ແມ່ນ​ປະ​ເທດ​ພວມ​ດຳລົງ​ຕຳ​ແໜ່​ງປະທານ​ໝູນວຽນສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ​ໃນ​ເດືອນ​ນີ້, ​ໄດ້​ກ່າວ​ຖະ​ແຫຼ​ງການ​ຮ່ວມ. ຕາມ​ນັ້ນ​ແລ້ວ, ບັນດາປະ​ເທດ​ສະມາຊິກສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ຮຸນ​ແຮງຕໍ່​ກໍລະນີກອງທັບ​ຊີຣີຍິງ​ປືນ​ໃຫຍ່​ໃສ່​​ເຂດ​ດິນ​ແດນ ຂອງ​ຕວກກີ ອັນ​ໄດ້​ເຮັດ​ໃຫ້ 5 ຄົນຖືກ​ເສຍ​ຊີວິດ, ​ໃນ​ນັ້ນ​ລວມມີ​ແມ່ຍິງ ​ແລະ ​ເດັກນ້ອຍ ​ແລະ ອີກ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ບັນດາປະ​ເທດ​ສະມາຊິກສະພາ​ຄວາມ​ໝັ້ນຄົງ ສ.ປ.ຊຍັງ​ເນັ້ນ​ໜັກ​ວ່າ ​ເຫດການ​ດັ່ງກ່່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ວິ​ກິດ​ການ​ຢູ່ ຊີຣີ ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮື​ອນ ຄຽງກໍ​ຄື​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ບັນດາປະ​ເທດ​ສະມາຊິກ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ຍັງ​ຮຽກຮ້ອງ​ໃຫ້​ລັດຖະບານ ຊີຣີ ຈົ່ງ​ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງບັນດາ​ປະ​ເທດ​ບ້ານ​ໃກ້​ເຮື​ອນ ຄຽງ, ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ການ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ​ມາ​ຍັງ​ບັນດາ​ຄອບຄົວ​ຜູ້​ຮັບ​ເຄາະ​ຮ້າຍ ​ກໍ​ຄື​ປະຊາຊົນ​ຕວກກີ.

 

ຂ່າວ/ບົດ​ອື່ນ