ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊຊຸກ​ຍູ້​ການ​ສືບ​ສວນ​ໂທດ​ກຳ​ຂອງDa’esh/ISIL

(VOVWORLD) -ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ UNITAD ສືບຕໍ່ສຸມໃສ່ເຂົ້າບັນດາບຸລິມະສິດຍຸດທະສາດໃນໄລຍະຈະມາເຖິງ, ເພີ່ມທະວີການຮ່ວມມືກັບລັດຖະບານ ອີຣັກ, ອຳນາດການປົກຄອງເຂດ ແລະ ທ້ອງຖິ່ນ ແລະ ຜູ້ນຳທາງສາສະໜາ, ນຳໃຊ້ທຸກວິວັດການ ແລະ ມາດຕະການປົກປ້ອງຜູ້ປະສົບເຄາະຮ້າຍ ແລະ ຜູ້ເປັນພະຍານ. 
ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊຊຸກ​ຍູ້​ການ​ສືບ​ສວນ​ໂທດ​ກຳ​ຂອງDa’esh/ISIL - ảnh 1ກອງປະຊຸມທາງອອນລາຍປຶກສາຫາລືບົດລາຍງານສະພາບການເຄື່ອນໄຫວຂອງຄະນະ ສປຊ ປະຕິບັດການສືບສວນໂທດກຳຂອງ Da'esh / ISIL ຢູ່ ອີຣັກ 

ວັນທີ 10 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍປຶກສາຫາລືບົດລາຍງານສະພາບການເຄື່ອນໄຫວຂອງຄະນະ ສປຊ ປະຕິບັດການສືບສວນໂທດກຳຂອງ Da'esh / ISIL ຢູ່ ອີຣັກ (UNITAD) ໃນໄລຍະ 6 ເດືອນທີ່ຜ່ານມາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາ ໝາກຜົນທີ່ UNITAD ບັນລຸໄດ້ໃນການເຄື່ອນໄຫວສືບສວນ, ເກັບກຳໄດ້ບັນດາຫຼັກຖານໃນໄລຍະທີ່ຜ່ານມາ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກໂລກລະບາດໂຄວິດ - 19 ກໍ່ຕາມ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ UNITAD ສືບຕໍ່ສຸມໃສ່ເຂົ້າບັນດາບຸລິມະສິດຍຸດທະສາດໃນໄລຍະຈະມາເຖິງ, ເພີ່ມທະວີການຮ່ວມມືກັບລັດຖະບານ ອີຣັກ, ອຳນາດການປົກຄອງເຂດ ແລະ ທ້ອງຖິ່ນ ແລະ ຜູ້ນຳທາງສາສະໜາ, ນຳໃຊ້ທຸກວິວັດການ ແລະ ມາດຕະການປົກປ້ອງຜູ້ປະສົບເຄາະຮ້າຍ ແລະ ຜູ້ເປັນພະຍານ. ພ້ອມກັນນັ້ນ, ຫວຽດນາມ ຍັງຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການໜູນຊ່ວຍ UNITAD ໃນການປະຕິບັດໜ້າທີ່ຂອງຕົນ ທີ່ສອດຄ່ອງກັບກົດໝາຍສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຫຼັກການຂອງ ກົດບັດ ສປຊ, ໃນນັ້ນມີການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເອລະລາດ ແລະ ການທ້ອນໂຮມ ອີຣັກ ເປັນເອກະພາບ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ