ສະພາຄວາມໝັ້ນຄົງສປຊຍົກເລີກກອງປະຊຸມກ່ຽວກັບຊີຣີ

ສະພາຄວາມໝັ້ນຄົງສປຊຍົກເລີກກອງປະຊຸມກ່ຽວກັບຊີຣີ - ảnh 1
ກອງ​ປະ​ຊຸ​ມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
ພາບ​ປະ​ກອບ

(vovworld)- ວັນ​ທີ 16/9, ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຍົກ​ເລີກກອງ​ປະ​ຊຸມ​ດ່ວນ​ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ຂໍ້​ຕົກ​ລົງ​ລະ​ຫວ່າງ ອາ​ເມ​ລິ​ກາ - ລັດ​ເຊຍ ກ່ຽວ​ກັບ​ຊີ​ຣີ ຕາມ​ຄຳ​ສະ​ເຫນີ​ຂອງ ອາ​ເມ​ລິ​ກາ ແລະ ລັດ​ເຊຍ. ກ່ອນ​ຫນ້ານັ້ນ ຄາດ​ວ່າ ໃນ​ກອງ​ປະ​ຊຸມນີ້, ຜູ້​ຕາງ​ຫນ້າ ອາ​ເມ​ລິ​ກາ ແລະ ລັດ​ເຊຍ ຈະ​ຍື່ນ​ສະ​ເຫນີ​ບັນ​ດາ​ລາຍ​ລະ​ອຽດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້, ໃນ​ນັ້ນ ຮຽກ​ຮ້ອງ​ການ​ຢຸດ​ຍິງ, ແຜນ​ການ​ສົ່ງ​ສິນ​ຄ້າ​ກູ້​ຊ່ວຍ ແລະ ບັ້​ນ​ຮົບ​ຮ່ວມ​ເພື່ອກວາດ​ລ້າງ​ພວກ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ຢູ່ ຊີ​ຣີ. ຕາມ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ​ລັດ​ເຊຍ, ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ອະ​ນຸ​ຍາດ​ສົ່ງ​ສະ​ບຽງ​ອາ​ຫານ ແລະ ບັນ​ດາ​ສິນ​ຄ້າ​ຈຳ​ເປັນ​ເຖິງ​ນະ​ຄອນ Aleppo ຊື່ງ​ແມ່​ນ​ສະ​ຫນາມ​ຮົບ​ດຸ​ເດືອດ​ທີ່​ສຸດ​ຢູ່ ຊີ​ຣີ ພາຍ​ຫລັງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ມີ​ຜົນ​ສັກ​ສິດ​ເມື່ອ​ວັນ​ທີ 12/9. ເຖິງແນວໃດ​ກໍ​ຕາມ ຮອດ​ວັນ​ທີ 16/9, ຂະ​ບວນ​ລົດ​ຂົ​ນ​ສົ່ງ​ສິນ​ຄ້າ​ຊ່ວຍ​ເຫລືອ​ຂອງ ສ​ປ​ຊ ມີ​ຫນ້າ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ຕວກ​ກີ ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ອະ​ນຸ​ຍາດ​ເດີນ​ທາງ​ເຖິງ Aleppo ເທື່ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ