ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິລົງໂທດໃໝ່ສຳລັບສປປ.ເກົາຫຼີ

(VOVWORLD) -ຕອນເຊົ້າວັນທີ 12 ກັນຍາ, ຕາມເວລາຮ່າໂນ້ຍ, ທັງ 15 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເຫັນດີຮັບຮອງເອົາມະຕິສະບັບໃໝ່ ເພີ່ມທະວີບັນດາຄຳສັ່ງລົງໂທດຕໍ່ພຽງຢາງ ເພື່ອແນໃສ່ໂຕ້ຕອບເຫດທົດລອງນິວເຄຼຍຄັ້ງທີ 6 ຂອງສປປ.ເກົາຫຼີ ໃນວັນທີ 03 ກັນຍາ.
ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິລົງໂທດໃໝ່ສຳລັບສປປ.ເກົາຫຼີ - ảnh 1 (ພາບປະກອບ: AP)

ມະຕິສະບັບໃໝ່ໄດ້ຮັບການຮັບຮອງເອົາເລື່ອງຮັດແໜ້ນບັນດາມາດຕະການລົງໂທດຂອງມະຕິຫວ່າງມໍ່ໆມານີ້ທີ່ຫາກໍ່ໄດ້ຮັບການຮັບຮອງໃນວັນທີ 05 ສິງຫາ, ແຕ່ “ບໍ່ໜັກ” ເມື່ອທຽບໃສ່ຮ່າງມະຕິເຊິ່ງເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Nikki Haley ປະກາດໃຊ້ໃນວັນທີ 06 ກັນຍາ. ມາດຕະການແຂງແກ່ນທີ່ສຸດໃນມະຕິສະບັບໃໝ່ນີ້ແມ່ນຫ້າມສິນຄ້າຕຳແຜ່ນຕັດຫຍິບສົ່ງອອກທັງໝົດຂອງສປປ.ເກົາຫຼີ.

        ສິ່ງທີ່ໜ້າສົນໃຈ, ມະຕິສະບັບໃໝ່ຮຽກຮ້ອງຜັນຂະຫຍາຍບັນດາມາດຕະການທາງດ້ານການທູດ, ໃນນັ້ນມີເລື່ອງຟື້ນຟູການເຈລະຈາ 6 ຝ່າຍ. ນີ້ແມ່ນຈຸດສຳຄັນເຊິ່ງທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງ ພາຍຫຼັງອາເມລິກາ ປະກາດໃຊ້ຮ່າງມະຕິ. ກ່ອນທີ່ຍົກອອກຮ່າງມະຕິປ່ອນບັດຢູ່ສະພາຄວາມໝັ້ນຄົງ, ອາເມລິກາ ໄດ້ມີການເຮັດວຽກຢ່າງເຄັງຕຶງກັບລັດເຊຍ ແລະ ຈີນ ເປັນເວລາ 4 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ