ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິຮຽກຮ້ອງການຢຸດຍິງຢູ່ຊີຣີ

(VOVWORLD) -ຕອນບ່າຍວັນທີ 24 ກຸມພາ, ຢູ່ນິວຢອກ, ປະເທດອາເມລິກາ, ພາຍຫຼັງການປ່ອນບັດຖືກໂຈະໄວ້ມາເປັນຫຼາຍຄັ້ງ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິທີ່ມີຊື່ວ່າ 2401 ຮຽກຮ້ອງຢຸດຍິງທີ່ແກ່ຍາວເປັນເວລາ 30 ວັນຢູ່ຊີຣີ

ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິຮຽກຮ້ອງການຢຸດຍິງຢູ່ຊີຣີ - ảnh 1 ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິຮຽກຮ້ອງການຢຸດຍິງຢູ່ຊີຣີ

(ພາບປະກອບ: THX/TTXVN)

ເພື່ອອະນຸຍາດໃຫ້ການຂົນສົ່ງສິນຄ້າມະມຸດສະທຳ ແລະ ຍົກຍ້າຍຄົນເຈັບຢູ່ທາງທິດຕາເວັນອອກ Ghouta ຂອງຊີຣີ. ມະຕິຮຽກຮ້ອງ “ບໍ່ໂຈະໄວ້”, ຕ້ອງຢຸດຕິບັນດາການເຄື່ອນໄຫວທີ່ເປັນປໍລະປັກໂດຍທັນທີໃນທົ່ວຊີຣີ, ເພື່ອອະນຸຍາດໃຫ້ບັນດາການເຄື່ອນໄຫວຂົນສົ່ງ “ປອດໄພ ແລະ ລຽນຕິດ” ສິນຄ້າອຸປະຖຳ ແລະ ຍົກຍ້າຍບັນດາຜູ້ຕິດພະຍາດ ແລະ ຜູ້ຮັບບາດເຈັບ. ມະຕິກໍ່ຮຽກຮ້ອງຢຸດຕິບັນດາການປິດລ້ອມ, ລວມທັງຢູ່ທິດຕາເວັນອອກ Ghouta, Yarmoukm Foua ແລະ Kefraya, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍ “ຢຸດຕິການຢຶດເອົາຢຸກຢາ ແລະ ທັນຍາຫານຂອງສາມັນຊົນ”.

        ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານເອກອັກຄະລັດຖະທູດຈີນ ໝ່າຈາວຊີ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ ລ້ວນແຕ່ຊົມເຊີຍການຮັບຮອງເອົາມະຕິ 2401 ແລະ ຮຽກຮ້ອງປະຕິບັດມະຕິດັ່ງກ່າວໂດຍທັນທີ.

        ສ່ວນ 2 ກຸ່ມລູກຮື້ຂຶ້ນຕົ້ນຕໍ່ຢູ່ຊີຣີ ແມ່ນ Jaish al Islam ແລະ Failaq al Rahman ກໍຖະແຫຼງສະໜັບສະໜູນມະຕິຢຸດຍິງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ